ພິທີວາງສີລາລຶກເລີ່ມລົງມືກໍ່ສ້າງອະນຸສາວະລີ “ນັກຮົບຮ່ວາງຊາ”

ພິທີວາງສີລາລຶກເລີ່ມລົງມືກໍ່ສ້າງອະນຸສາວະລີ “ນັກຮົບຮ່ວາງຊາ”  - ảnh 1
ປະ​ຊາ​ຊົນ​ຫວຽດ​ນາມ​ຄຽງ​ຂ້າງ​ສີ​ລາ​ລຶກ ອາ​ໄລ​ຫາ​ນັກ​ຮົບ​ຮ່​ວາງ​ຊາ
(vovworld)- ຕອນ​ເຊົ້າ​ວັນ​ທີ 17/1, ຢູ່​ເມືອງ​ເກາະຫຼີ​ເຊີນ, ສະ​ຫະ​ພັນໃຫຍ່​ແຮງ​ງານ​​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ງ້າຍ ແລະ ກອງ​ທຶນ​ສັງ​ຄົມ​ເພື່ອ​ການ​ກຸ​ສົນ ໄດ້​ດຳ​ເນີນ​ພິ​ທີ​ວາງ​ສີ​ລາ​ລຶກ​ເລີ່​ມ​ລົງ​ມືກໍ່​ສ້າງ​ອະ​ນຸ​ສາ​ວະ​ລີ “ນັກ​ຮົບ​ຮ່​ວາງ​ຊາ” ຢູ່​ເທິ່ງ​ພູເທີ້ບ​ເລີ້ຍທີ່​ເກາະເລີ້ນ​ຫຼີ​ເຊີ​ນ.

    ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ດັ້ງ​ງອກ​ຕຸ່ງ ປະ​ທານ ສະ​ຫະ​ພັນໃຫຍ່​ແຮງ​ງານ​​ຫວຽດ​ນາມຢື​ນ​ຢັນ​ວ່າ : ​ຜ່ານ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ, ຫຼີ​ເຊີນ​ແມ່ນ​ແຫ່ງ​ເຕົ້າ​ໂຮມບັນ​ດາ​ນັກ​ຮົບ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ການຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ຢູ່ 2 ໝູ່​ເກາະ​ເຈືອງ​ຊາ ແລະ ຮ່​ວາງ​ຊາ. ທ່ານ ດັ້ງ​ງອກ​ຕຸ່ງ ປະ​ທານ ສະ​ຫະ​ພັນໃຫຍ່​ແຮງ​ງານ​​ຫວຽດ​ນາມກ່າວ​ວ່າ: 

   “ ຂ້າ​ພະ​ເຈົ້າ​ປາດຖະ​ໜາ​ວ່າ ເຂດ​ອາ​ໄລ​ຫາ​ນັກ​ຮົບ​ຮ່​ວາງ​ຊາ ພາຍຫຼັງ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດແລ້ວ, ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ຂອງ​ປະ​ເທດ​ຊາດ​ ”

 

 

ຂ່າວ/ບົດ​ອື່ນ