ພິທີສົ່ງອັດຖິທະຫານ ຜ່ານເສິກອາເມລິກາ ກັບເມືອປະເທດ


ພິທີສົ່ງອັດຖິທະຫານ ຜ່ານເສິກອາເມລິກາ ກັບເມືອປະເທດ - ảnh 1

 (ພາບປະກອບ: TTXVN )

(vovworld)- ​ ພິທີ​ສົ່ງ​ອັດຖິ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມ ຖືກ​ຈັດ​ຂຶ້ນ​ໃນວັນ​ທີ 6/12, ​ ຢູ່​ສະໜາ​ມບິນ​ສາກົນ​ໂນ້ຍບ່າຍ​ທີ່​ຮ່າ​ໂນ້ຍ. ​ເຂົ້າຮ່ວມ​ພິທີ​, ຝ່າຍ​ຫວຽດນາມ ມີ​ຜູ້​ຕາງໜ້າ​ຄະນະ​ອຳນວຍ​ການ​ອົ​ງການ​ຫວຽດນາມ ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ (VNOSMP), ຝ່າຍອາເມລິກາ ມີຜູ້ ຕາງໜ້າສະຖານທູດອາເມລິກາ, ທູດທະຫານອາເມລິກາ ປະຈຳຮ່າໂນ້ຍ. ກຳລັງ ປະສົມກວດກາສະເລີຍເສິກ ແລະ ຜູ້ຫາຍສາບສູນອາເມລິກາ (JPAC) ແລະ ຫ້ອງການຊອກຫາຊາວອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນຢູ່ຮ່າໂນ້ຍ (MIA). ຜູ້ຕາງໜ້າ ຝ່າຍຫວຽດນາມ ໄດ້ມອບອັດຖິ 2 ຊຸດທີ່ຊອກເຫັນໃນການຊອກຫາລວມຄັ້ງທີ 117 (ແຕ່ເດືອນ 10-12/2014) ໃຫ້ຜູ້ຕາງໜ້າອາເມລິກາ.

  ການເຄືອ່ນໄຫວຊອກຫາອັດຖິທະຫານຜ່ານເສິກອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນໃນ ປາງສົງຄາມຢູ່ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທຳລະຫວ່າງ ລັດຖະບານ ຫວຽດນາມ ແລະ ອາເທລິກາ. ນີ້ແມ່ນການມອບສົ່ງອັດຖິຄັ້ງທີ 133 ນັບແຕ່ປີ 1973./.

ຂ່າວ/ບົດ​ອື່ນ