ພິທີສົ່ງອັດຖິທະຫານອາເມລິກາກັບຄືນເມືອປະເທດ

(VOVWORLD) - ພິທີສົ່ງອັດຖິທະຫານອາເມລິກາ ຖືກຫາຍສາບສູນໃນສົງຄາມຢູ່ຫວຽດນາມກັບຄືນເມືອປະເທດ ໄດ້ດຳເນີນໃນວັນທີ 18 ມິຖຸນາ ຢູ່ ສະຫນາມບິນສາກົນ ດາຫນັງ. 
ພິທີສົ່ງອັດຖິທະຫານອາເມລິກາກັບຄືນເມືອປະເທດ - ảnh 1 ພາບປະກອບຈາກສະຖານທູດ ອາເມລິກາ ປະຈຳ ຫວຽດນາມ

ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີຜູ້ຕາງຫນ້າ ຄະນະອຳນວຍການອົງການ ຊອກຫາຜູ້ຫາຍສາບສູນ ຫວຽດນາມ. ຝ່າຍ ອາເມລິກາ ມີຜູ້ຕາງຫນ້າ ສະຖານກົງສູນ ອາເມລິກາ ປະຈຳ ນະຄອນໂຮ່ຈິມີນ ພ້ອມກັບຜູ້ຕາງຫນ້າອົງການກວດການັກໂທດ, ຜູ້ຫາຍສາບສູນກະຊວງປ້ອງກັນປະເທດ ແລະ ຫ້ອງການ MIA ອາເມລິກາ ຢູ່ ຮ່າໂນ້ຍ. ຜູ້ຕາງຫນ້າ ຝ່າຍ ຫວຽດນາມ ໄດ້ມອບໃຫ້ຝ່າຍ ອາເມລິກາ ອັດຖິທະຫານ ອາເມລິກາ 2 ອັດຖິ ໂດຍປະຊາຊົນມອບໃຫ້ ແລະ ບັນດາກອງປະສົມຂຸດຄົ້ນມາໄດ້ໃນການຊອກຫາລວມຄັ້ງທີ 127 (ແຕ່ເດືອນ ເມສາ ຫາເດືອນ ມິຖຸນາ 2017). ຜູ້ຕາງຫນ້າລັດຖະບານ ອາເມລິກາ ໄດ້ຂອບອົກຂອບໃຈ ແລະ ຕີລາຄາສູງນະໂຍບາຍມະນຸດສະທຳ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງລັດຖະບານ ແລະ ປະຊາຊົນຫວຽດນາມ. ການເຄື່ອນໄຫວຊອກຫາອັດຖິທະຫານອາເມລິກາ ຫາຍສາບສູນໃນສົງຄາມຢູ່ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທຳລະຫວ່າງລັດຖະບານ ຫວຽດນາມ ແລະ ອາເມລິກາ. ນີ້ແມ່ນການມອບອັດຖິຄັ້ງທີ 141 ນັບແຕ່ປີ 1973 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ