ພິ​ທີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ກຳ​ແພງ​ທັງ​ລອງ​ໄດ້ ຮັບ​ຮອງ​ເອົາ​ແມ່ນ ມໍລະດົກວັດທະນະທຳຂອງໂລກຈາກ UNESCO

(VOVWORLD) -ເຂດມໍລະດົກກຳແພງທັງລອງແມ່ນເຂດປູຊະນີຍະສະຖານທີ່ຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ເມືອງຫຼວງທັງລອງ - ຮ່າໂນ້ຍ. ນີ້ແມ່ນກິດຈະກຳປູສະນີຍະສະຖານທີ່ໃຫຍ່ໂຕມະໂຫຖານ ແລະ ແມ່ນໜຶ່ງໃນບັນດາປູສະນີຍະສະຖານສຳຄັນທີ່ສຸດໃນລະບົບບັນດາປູສະນີຍະສະຖານຂອງ ຫວຽດນາມ
ພິ​ທີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ກຳ​ແພງ​ທັງ​ລອງ​ໄດ້ ຮັບ​ຮອງ​ເອົາ​ແມ່ນ ມໍລະດົກວັດທະນະທຳຂອງໂລກຈາກ UNESCO - ảnh 1

ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານໃນການຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ກຳແພງທັງລອງ (ພາບ: TTXVN)

ຕອນເຊົ້າວັນທີ 23 ພະຈິກ, ຢູ່ ສູນກຳແພງທັງລອງ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສູນອະນຸລັກຮັກສາ ມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ ຈັດພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສູນກຳແພງທັງລອງ ໄດ້ຮັບຮອງເອົາແມ່ນ ມໍລະດົກວັດທະນະທຳ ໂລກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO).

        ເຂດມໍລະດົກກຳແພງທັງລອງແມ່ນເຂດປູຊະນີຍະສະຖານທີ່ຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ເມືອງຫຼວງທັງລອງ - ຮ່າໂນ້ຍ. ນີ້ແມ່ນກິດຈະກຳປູສະນີຍະສະຖານທີ່ໃຫຍ່ໂຕມະໂຫຖານ ແລະ ແມ່ນໜຶ່ງໃນບັນດາປູສະນີຍະສະຖານສຳຄັນທີ່ສຸດໃນລະບົບບັນດາປູສະນີຍະສະຖານຂອງ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ