ພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ
ພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ
(ພາບ: ອີນເຕີເນັດ)
( vovworld ) - ຕອນເຊົ້າວັນທີ 15/6, ຢູ່ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ຮັບຫຼຽງໄຊເອກະລາດຊັ້ນ 3. ກ່າວຄຳເຫັນນະພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, Nguyen Thanh Son ຊີ້ແຈ້ງວ່າ, ໃນຕະຫຼອດ 35 ປີທີ່ຜ່ານມາ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຢືນຢັນບົດບາດ, ໜ້າທີ່ແມ່ນຊ່ອງພົວພັນການຕ່າງປະເທດທີ່ມີປະສິດທິຜົນ, ເຊື່ອມຕໍ່ບັນດາຄຸນຄ່າດ້ານວັດທະນະທຳ, ສຶກສາ ແລະ ວິທະຍາສາດລະຫວ່າງຫວຽດນາມ ແລະ ໂລກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ວິວັດການເຊື່ອມໂຍງທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ພ້ອມທັງໂຄສະນາພາດພົດປະຊາຊົນ, ປະເທດຊາດຫວຽດນາມທີ່ສວຍງາມ ແລະ ຂະຫຍັນຂັນເຂື່ອນ, ພັດທະນາ ແລະ ສັນຕິພາບ. ທ່ານ Nguyen Thanh Son ໄດ້ເນັ້ນໜັກວ່າ.
“ໃນປະຈຸບັນວຽກງານຂອງ UNESCO ຈະຫັນໄປສູ່ໄລຍະໃໝ່, ຕ້ອງເພີ່ມທະວີກຳລັງແຜ່ຂະຫຍາຍໃນສັງຄົມ ແລະ ສຳພັດຢ່າງເລີດເຊິ່ງກວ່າອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງກັບສາກົນຂອງຫວຽດນາມ. ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈະເສີມຂະຫຍາຍບົດບາດແມ່ນຂົວເຊື່ອນຕໍ່ລະຫວ່າງຫວຽດນາມ ກັບອົງການ UNESCO ກວ່າອີກ, ເພື່ອເຄື່ອນໄຫວໃນບັນດາຂົງເຂດວັດທະນະທຳ, ສຶກສາ, ວິທະຍາສາດ ແລະ ສື່ສານ. ຄຽງຄ້າງນັ້ນ, ເພີ່ມທະວີບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນລະບຽບກົດໝາຍຂອງ UNESCO ກໍຄືສ້າງບັນດາເວທີປາໄສຫຼາຍຝ່າຍກ່ຽວກັບວັດທະນະທຳ, ສຶກສາ, ຢືນຢັນຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນວົງຄະນະຍາດສາກົນ”.
ເນື່ອງໃນໂອກາດນີ້, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 3 ຍ້ອນມີບັນດາຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການກໍ່ສ້າງລັດທິສັງຄົມ ແລະ ປົກປັກຮັກສາປະເທດຊາດ.