ພິທີສະເຫຼີມສະຫຼອງ 40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ອີຣານ

ພິທີສະເຫຼີມສະຫຼອງ 40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ອີຣານ - ảnh 1
ພາບປະກອບ

(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 40ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກາ​ນພົວພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ​ຫວຽດນາມ - ອີຣານໂດຍ​ສະຖານທູດ​ຫວຽດນາມ ປະຈຳ ອີຣານ ສົ​ມທົບ​ກັບ​ສະມາຄົມ​ມິດຕະພາບ ອີຣານ - ຫວຽດນາມ ຫາກກໍ່​ຈັດຕັ້ງຢູ່​ນະຄອນຫຼວງ​ເຕ​ເຮຣານ, ​ແຫ່ງ​ປະ​ເທດ ອີຣານ. ກ່າວ​ຄຳ​ເຫັນ​ນະ​ພິທີ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີຣານ ທ່ານ ​ເຈີ່ນ​ຈ້ອງ​ແຄ໋ງ ​ເນັ້ນໜັກ​ວ່າ: 40 ປີຜ່ານມາ, ຫວຽດນາມ ​ແລະ ອີຣານ ​ໄດ້​ເດີນຕາມ​ເສັ້ນທາງ​ອັນ​ຍາວ​ນານ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພ້ອມ​ກັບ​ການ​​​ເຕີບ​ໃຫຍ່​ເຂັ້ມແຂງ​ແຮງ​​ອີຣານ ​ແລະ ຫວຽດນາມ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ​ພັດທະນາ​ອັນ​ດີ​ງາມ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ຝ່າຍ​ໄດ້​ແລກປ່ຽນ​ຫຼາຍຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

    ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ບໍ່​ແຫ່ ອີຣານ Nematzadeh ​ໄດ້​ຊີ້​ແຈ້ງ​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພົວພັນ 2 ປະ​ເທດ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ມາ​ຮອດ​ປະຈຸ​ບັນ. ທ່ານ​ລັດຖະມົນຕີ Nematzadeh ຕີ​ລາຄາວ່າ: ອີຣານ ​ແລະ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. 2 ປະເທດກໍ່ມີທ່າແຮງສະເພາະ, ອາດ​ຈະ​ເພີ່ມ​ເຕີມ​​ໃຫ້​ກັນ​ໄດ້, ພ້ອມ​ກັນ​ພັດທະນາ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ທ່ານ​ປະທານາທິບໍດີ ອີຣານ Hassan Rowhani.

ຂ່າວ/ບົດ​ອື່ນ