(VOVWORLD) - ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນອອກອາກາດລາຍການໂທລະພາບທຳອິດ (7/9/1970 - 7/9/2020) ແລະ ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດໂທລະພາບຫວຽດນາມ (VTV) ໄລຍະ 2020-2025 ໄດ້ຈັດຂຶ້ນໃນວັນທີ 7 ກັນຍາຢູ່ຮ່າໂນ້ຍ.
(ພາບ: vtv.vn)
|
ວັນທີ 7 ກັນຍາປີ 1970 ໄດ້ອອກອາກາດລາຍການໂທລະພາບທຳອິດຢູ່ຫ້ອງອັດສຽງຂອງວິທພຍຸກະຈາຍສຽງຫວຽດນາມ. ປະຈຸບັນ, ສະຖານີໂທລະພາບຫວຽດນາມມີ 9 ຊ່ອງໂຄສະນາ ດ້ວຍເວລາອອກອາກາດແມ່ນ 120.000 ໂມງໃນປີໜຶ່ງ ພ້ອມກັບນັບຮ້ອຍຊ່ອງໂທລະພາບບໍລິການ. ກ່າວຄຳເຫັນທີ່ພິທີ, ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ເນັ້ນໜັກວ່າ:
ຂ້າພະເຈົ້າສະເໜີໃຫ້ການນຳສະຖານີໂທລະພາບຫວຽດນາມ ຈົ່ງສືບຕໍ່ສູ້ຊົນປະຕິບັດໜ້າທີ່ການເມືອງທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ ແລະ ບັນລຸໄດ້ຫຼາຍຜົນງານທີ່ໃຫ່ຍຫຼວງກວ່າອີກ; ຮັກສາບົດບາດນຳໜ້າໃນວຽກງານຖະແຫຼງຂ່າວ, ໂຄສະນາ, ກຳນົດທິດຫາງສຽງ ແລະ ກາຍເປັນສະຖານີໂທລະພາບແຖວໜ້າໃນພາກພື້ນ ແລະ ມີອິດທິພົນຊື່ງສຽງໃນໂລກ, ປະກອບສ່ວນຢ່ສງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.