ພິທີສະເຫຼີມສະຫຼອງ 55ປີແຫ່ງວັນສ້າງ ເສັ້ນທາງໂຮ່ຈິມິນ
(ພາບ: Trọng Đức/TTXVN)
(vovworld)- ຕອນເຊົ້າວັນທີ 16/5, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດໄດ້ຈັດ ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງເສັ້ນທາງໂຮ່ຈິມິນ-ວັນມູນເຊື້ອທະຫານເຈື່ອງເຊີນ (19/5/1959-19/5/2014) ແລະ ຮັບໃບຈັດອັນດັບເຂດປູສະນີຍະສະຖານແຫ່ງຊາດພິເສດເສັ້ນທາງເຈື່ອງເຊີນ-ເສັ້ນທາງໂຮ່ຈິມິນ.
ເມື່ອເວົ້າເຖິງຄວາມໝາຍຂອງເສັ້ນທາງເຈື່ອງເຊີນແຫ່ງມະຫັດສະຈັນ, ທ່ານພົນຈັດຕະວາໂດ້ຢາງນາມ, ຜູ້ບັນຊາການພົນລະພາກຫຼວງ 12 ຊື່ງແມ່ນກົມກອງໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄະນະ 559 ທະຫານເຈື່ອງເຊີນ ຢັ້ງຢືນວ່າ:
“ເສັ້ນທາງໂຮ່ຈິມິນ ແມ່ນການສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈຍາດເອົາໄຊະນະ, ຕັດສິນໃຈປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. ຍ້ອນມີເສັ້ນທາງທາງເຈື່ອງເຊີນລຳລຽງສາຍນີ້, ຫວຽດນາມ ໄດ້ຂົນສົ່ງອາວຸດ, ລູກປືນ, ເຄື່ອງອຸປະກອນກ່ວາ 2 ລ້ານໂຕນ ແລະ ສົ່ງ 2 ລ້ານເທື່ອຄົນເຂົ້າອອກສະໜາມຮົບແຫ່ງຕ່າງໆ. ສິ່ງດັ່ງກ່າວໄດ້ປ່ຽນແປງສະພາບສະໜາມຮົບ, ປະກອບສ່ວນສຳຄັນເຂົ້າໃນການຍາດເອົາໄຊຊະນະເມື່ອປີ 1975 “./.