ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ 2 ກັນຍາ |
(vovworld)- ວັນທີ 2/9, ຢູ່ສະໜາມຫຼວງບາດິງ, ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ 2 ກັນຍາ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ, ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງພ້ອມກັບການນຳພັກ, ລັດ, ຂະແໜງການຕ່າງໆຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດານັກປະຕິວັດຜູ້ອາວຸໂສ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນລາຊະອານາຈັກກຳປູເຈຍ.ພິທີສະເຫຼີມສະຫຼອງໄດ້ເລີ່ມຕົ້ນດ້ວຍພິທີແຫ່ທວນໄຟຈາກຫໍພິພິທະພັນໂຮ່ຈິມິນ ມາຍັງສຸສານປະທານໂຮ່ຈິມິນ , ຕໍ່ໃສ່ທວນໄຟໃຫຍ່ເພື່ອທຳພິທີເຄົາລົບທຸງຊາດ.
ກ່າວສູນທອນພົດທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ຊີ້ແຈ້ງວ່າ ກ່ອນນີ້ 70 ປີ, ໃນຊຸມມື້ລະດູໃບໄມ້ຫຼົ່ນຄັ້ງປະຫວັດສາດ, ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ, ປະຊາຊົນຫວຽດນາມໄດ້ລຸກຮື້ຂຶ້ນທຳ ການປະຕິວັດເດືອນສິງຫາອັນຍິ່ງໃຫຍ່. ວັນທີ 2/9, ຢູ່ສະໜາມຫຼວງບາດິງ, ປະທານໂຮ່ຈິມິນໄດ້ກ່າວບົົດຖະແຫຼງປະກາດເອກະລາດຕໍ່ໜ້າພໍ່ແມ່ພີນ້ອງຮ່ວມຊາດ ແລະ ເພື່ອນມິດທົ່ວໂລກກ່ຽວກັບການສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ :
“ ເຫດການທີ່ສຳຄັນຍິ່ງນີ້ ເປັນຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ສະຫງ່າລາສີຂອງຊາດຫວຽດນາມ. ການປະຕິວັດເດືອນສິງຫາສຳເລັດຜົນທີ່ພາໄປເຖິງການສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ທັບມ້າງແອກຄອບຄອງ, ກົດຂີ່ຂູດຮີດຂອງລະບອບລ່າເມືອງຂຶ້ນສັກດີນາ, ຢຶດອຳນາດມາໃຫ້ກຳມືຂອງປະຊາຊົນ. ປະຊາຊົນຫວຽດນາມຈາກຖານະເປັນຂ້າທາດໄດ້ກາຍເປັນຜູ້ເປັນເຈົ້າຂອງຊາຕະກຳຂອງຊາດ. ການປະຕິວັດເດືອນສິງຫາແມ່ນເຫດການທີ່ສຳຄັນຍິ່ງຂອງຍຸກສະໄໝ, ມີຄວາມໝາຍສາກົນຢ່າງເລິກເຊິ່ງ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງທີ່ມີຕໍ່ບັນດາປະຊາຊາດເປັນຫົວເມືອງຂຶ້ນ, ປະຊາຊົນຖືກກົດຂີ່ຂູດຮີດໃນໂລກ ພ້ອມກັນລຸກຂຶ້ນທຳການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສົງຄົມ ”
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢືນຢັນວ່າ 70 ປີທີ່ຜ່ານມາ, ປະຊາຊົນຫວຽດນາມໄດ້ຮັກສາໝາກຜົນ ແລະ ປະຕິບັດບັນດາຈຸດໝາຍຂອງ ການປະຕິວັດເດືອນສິງຫາ ນັ້ນແມ່ນເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ :
“ສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມມີຄວາມຫວັງສາມັກຄີເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມ, ຍາດແຍ່ງກາສລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ສຸມຈິດສຸມໃຈ, ເຊີດຊູເຈດຈຳນົງ, ຮັກສາໝາກຜົນການປະຕິວັດ, ສືບຕໍ່ປະຕິບັດບັນດາຈຸດໝາຍອັນສູງສົ່ງຂອງ ການປະຕິວັດເດືອນສິງຫາ ແລະ ຄຳປະຕິຍານເອກະລາດ, ປະຕິບັດ 2 ໜ້າທີ່ຍຸດທະສາດສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງມີໄຊ, ສູ້ຊົນນຳປະເທດຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ປົກປ້ອງຜົນປະໂຫຍດຂອງປະເທດຊາດ ”
ການເດີນສວນສະໜາມພາຍຫຼັງພິທີໂຮມຊຸມນຸມມິດຕິງ |
ພາຍຫຼັງພິທີໂຮມຊຸມມຸນມິດຕິງ ແມ່ນການເດີນສວນສະໜາມ, ເດີນຂະບວນຂອງ 3 ໝື່ນຄົນທີ່ຂຶ້ນກັບກຳລັງປະກອບອາວຸດ, ກຳລັງມະຫາຊົນ, ຜູ້ຕາງໜ້າກຳມະກອນ, ຊາວນາ, ປັນຍາຊົນ, ຂາວໜຸ່ມ, ແມ່ຍິງ….
ພ້ອມກັບ ພິທີໂຮມຊຸມມຸນມິດຕິງ ແລະ ການສວນສະໜາມ, ເດີນຂະບວນ, ຕອນຄ່ຳວັນທີ 2/9 ໄດ້ດຳເນີນລາຍການສະແດງສິລະປະສະເຫຼີມສະຫຼອງ 70 ປີແຫ່ງວັນ ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ດ້ວຍຫົວຂໍ້ : ຫວຽດນາມ-ຍຸກສະໄໝໂຮ່ຈິມິນ.