ພິ​ທີ​ສະ​ເຫຼ​ີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໂຮງ​ໝໍກອງ​ທັບ​ສູນ​ກາງ 108

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໂຮງໝໍຈະກາຍເປັນສູນກາງແພດແຖວໜ້າຂອງປະເທດຊາດ ແລະ ກອງທັບ, ມຸ່ງໄປເຖິງຫານສະໜອງການບໍລິການການແພດທີ່ມີຄຸນນະພາບເທົ່າທຽມກັບບັນດາປະເທດພັດທະນາ.
ພິ​ທີ​ສະ​ເຫຼ​ີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໂຮງ​ໝໍກອງ​ທັບ​ສູນ​ກາງ 108 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ໂຮງໝໍກອງທັບສູນກາງ 108 (ພາບ:TTXVN)

    ຕອນເຊົ້າວັນທີ 19 ເມສາ, ໂຮງໝໍກອງທັບສູນກາງ 108 ໄດ້ຈັດພິທີ ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ແລະ ຕ້ອນຮັບນາມມະຍົດວິລະຊົນແຮງງານ. ເຂົ້າຮ່ວມມພິທີມີທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໂຮງໝໍຈະກາຍເປັນສູນກາງແພດສາດແຖວໜ້າຂອງປະເທດຊາດ ແລະ ກອງທັບ, ມຸ່ງໄປເຖິງຫານສະໜອງການບໍລິການການແພດທີ່ມີຄຸນນະພາບເທົ່າທຽມກັບບັນດາປະເທດພັດທະນາ.

     ຕາງໜ້າໃຫ້ການນຳພັກ, ລັດ,  ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ໂຮງໝໍກອງທັບສູນກາງ 108, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ໂຮງໝໍຈະເປີດກ້ວາງການຮ່ວມມືກັບບັນດາຮາກຖານປິ່ນປົວພະຍາດ, ຄົ້ນຄ້ວາ, ບຳລຸງສ້າງທີ່ມີອິດທິພົນຊື່ງສຽງຢູ່ພາຍໃນ ແລະ ຕ່າງປະເທດ. ສົມທົບກັບບັນດາມາດຕະການ ເພີ່ມທະວີການລົງທຶນຜັນຂະຫຍາຍບັນດາເຕັກໂນໂລຊີ, ເຕັກນິກໃໝ່ໃນໂລກໂດຍໄວທີ່ສຸດ ເພື່ອມຸ່ງໄປເຖິງການສະໜອງການບໍລິການການແພດທີ່ມີຄຸນນະພາບດີ ເທົ່າທຽມກັບກັບບັນດາປະເທດພັດທະນາ, ດ້ານອື່ນແມ່ນຍາມໃດກໍ່ມີຄວາມສາມາດຢ່າງພຽງພໍເພື່ອແກ້ໄຂບັນດາກໍລະນີເມື່ອເກີດໄພພິບັດໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ