ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຖືກຈັດຂຶ້ນລະດັບຊາດ
(ປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ
ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ)
(vovworld) – ພິທີສະເຫຼີມສະຫຼອງລະດັບຊາດ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ , ນີແມ່ນຂ່າວເຊິ່ງໄດ້ປະກາດທີ່ການແນະນຳບັນດາການເຄື່ອນໄຫວສະເຫຼີມສະຫຼອງ70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 25 ປີວັນບຸນປ້ອງກັນປະເທດທົ່ວປວງຊົນ; 70 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ. ພິທີສະເຫຼີມສະຫ໌ອງແມ່ນການເຄື່ອນໄຫວເພື່ອແນໃສ່ຫວນຄືນໄລຍະທາງປະຫວັດສາດທີ່ສະຫງ່າລາສີ 70 ປີແຫ່ງການຕໍ່ສູ້, ກໍ່ສ້າງ, ໄຊຊະນະ ແລະ ເຕີບໃຫຍ່; ພ້ອມທັງສະຫຼຸບ, ຕີລາຄາ, ຮັບຮູ້ບັນດາຜົນງານອັນໃຫຍ່ຫຼວງໃນໄລຍະ 25 ປີແຫ່ງການປະຕິບັດວັນບຸນປ້ອງກັນປະເທດທົ່ວປວງຊົນ, ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃນໄລຍະໃໝ່. ພິທີສະເຫຼີມສະຫຼອງ ຈະຈັດຂຶ້ນໃນວັນທີ 20/12 ຢູ່ສູນກອງປະຊຸມແຫ່ງຊາດ ມິ້ດິ່ງ, ຮ່າໂນ້ຍ.