ພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມແລະອິນໂດເນເຊຍ
( ທ່ານ ຫງວຽນດັງຕ໋ຽນ ກ່າວຄຳເຫັນທີ່ພິທີ )
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອິນໂດເນເຊຍ (30/12/1955 – 30/12/2015), ເນື່ອງໃນໂອກາດນີ້ ໃນວັນທີ 30/12 ການນຳຂັ້ນສູງ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ Joko Widodo ປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ.
ແລະກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນດັງຕ໋ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໃຫ້ຮູ້ວ່າ: ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວພັດທະນາທຸກດ້ານໃນບັນດາຂົງເຂດ, ຈາກດ້ານເສດຖະກິດ, ການເມືອງເຖິງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ. ທ່ານ ຫງວຽນດັງຕ໋ຽນ ຖືວ່າ:
“ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນເຫດການປະຫວັດສາດ ແມ່ນຂີດໝາຍການເຕີບໃຫຍ່ຂະຫຍາຍຕົວຂອງ ອາຊຽນ, ໃນກິດຈະການຮັກສາເອກະພາບ, ການພັດທະນາຂອງ ອາຊຽນນັ້ນ, ແມ່ນຕ້ອງເວົ້າເຖິງຄວາມສຳຄັນຂອງການພົວພັນຕ່າງປະເທດປະຊາຊົນ. ສິ່ງດັ່ງກ່າວ ໄດ້ວາງອອກກາລະໂອກາດຕໍ່ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ແລະ ສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ຮຽກຮ້ອງສະມາຄົມມິດຕະພາບ 2 ປະເທດຕ້ອງມານະພະຍາຍາມ ແລະ ສູ້ຊົນຫລາຍກ່ວາອີກ ເພື່ອເສີມຂະຫຍາຍຈິດໃຈ, ແນວຄິດກ່ຽວກັບການຕ່າງປະເທດ ຊຶ່ງທ່ານປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ ອິນໂດເນເຊຍ Sukarno ໄດ້ສ້າງພື້ນຖານຂຶ້ນ”