ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຍີ່ປຸ່ນ
ພາບ: internet
|
(vovworld)- ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແລະ ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຍີ່ປຸ່ນ ຖືກໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20/9 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີ ມີທ່ານ ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ, ທ່ານ ໂຕຮູຍເຣືອ ກຳມຳການກົມການເມືອງ, ທ່ານ Murayama Tomochi ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Tanizaki Yasuaki, ປະທານສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ພ້ອມກັບບັນດາອົງການຈັດຕັ້ງປະຊາຊົນສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ແລະ ໄຂງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ຍີ່ປຸ່ນ ແມ່ນເຫດການມີຄວາມໝາຍສຳຄັນ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ: ດ້ວຍຄວາມຕັດສິນໃຈ ແລະ ບັນດາຄວາມມານະພະຍາຍາມຂອງສອງປະເທດໃນຕະຫລອດ 40 ປີຜ່ານມາ ການພົວພັນຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ພັດທະນາຢ່າງແຂງແຮງຮອບດ້ານ. ສ່ວນທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Murayama Tomichi, ປະທານສະພາສັນຕິພາບ ຍີ່ປຸ່ນ - ຫວຽດນາມ ເນັ້ນຫນັກວ່າ:
“ຫວຽດນາມ ແມ່ນປະເທດຫນຸ່ມແຫນ້ນ, ມີການພັດທະນາຢ່າງວອ່ງໄວ. ປະຈຸບັນ ສາຍພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງແຂງແຮງ ແລະ ຂ້າພະເຈົ້າປາດຖະຫນາວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ຊຸກຍູ້ເພ່ອໃຫ້ຫວຽດນາມພັດທະນາ. ສອງປະເທດພວກເຮົາມີຫລາຍຈຸດຄ້າຍຄືກັນ ແລະ ພວກເຮົາພະຍາຍາມຮັກສາ, ພັດທະນາສາຍພົວພັນນີ້ ພິເສດແມ່ນລຸ້ນຫນຸ່ມສອງປະເທດ. ສິ່ງດັ່ງກ່າວແມ່ນນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ສອງປະເທດພວກເຮົາ.”
ໃນຂອບເຂດບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ- ຍີ່ປຸ່ນ, ຕອນບ່າຍວັນທີ 20/9, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະສົນທະນາ“ເພີ່ມທະວີການພົວພັນມິດຕະພາບປະຊາຊົນຫວຽດນາມ - ຍີ່ປຸ່ນ”. ເຂົ້າຮ່ວມການພົບປະສົນທະນາດັ່ງກ່າວ ມີຜູ້ແທນກວ່າ 100 ທ່ານຕາງຫນ້າໃຫ້ບັນດາອົງການຈັດຕັ້ງມິດຕະພາບປະຊາຊົນສອງປະເທດ. ນະທີ່ນີ້, ບັນດາຜູ້ແທນພ້ອມກັນຫວນຄືນໄລຍະທາງແຫ່ງການຮ່ວມມືພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ ໃນຕະຫລອດ 40 ປີທີ່ຜ່ານມາ ພ້ອມກັນນັ້ນ ແລກປ່ຽນບັນດາທິດທາງການຮ່ວມມືໃຫມ່ໃນໄລຍະຈະມາເຖິງ.
ໃນບົດປະກອບຄຳເຫັນເກືອບ 10 ບົດ ລ້ວນແຕ່ຢືນຢັນຜົນງານແຫ່ງການຮ່ວມມືໃນ 40 ປີຜ່ານມາລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງລັດຖະບານ ແລະ ປະຊາຊົນສອງປະເທດ. ເພື່ອໃຫ້ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ, ບົດບາດຂອງອົງການຈັດຕັ້ງມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ແຕ່ລະປະເທດແມ່ນໃຫຍ່ຫລວງທີ່ສຸດ.