(vovworld) - ຕອນຄໍ່າວັນທີ 11/06, ຢູ່ນະຄອນຍາຈາງ ໄດ້ດຳເນີນພິທີອັດງານ Festival ທະເລ ຍາຈາງ ປີ 2013. Festival ທະເລ ຍາຈາງ ປີ 2013 ໄດ້ຢືນຢັນເຄື່ອງໝາຍທ່ອງທ່ຽວແຄ໋ງຮ່ວາ, ບໍ່ພຽງແຕ່ຍ້ອງຍໍຄວາມງາມຂອງທະເລ, ເກາະແຄ໋ງຮ່ວາ ແມ່ນເຂດດິນແດງທີ່ອະລິຍະທຳ - ສະໜິດສະໜົມ ເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຈາກປະຊາຊົນເປັນຈຳນວນຫຼວງຫຼາຍກ່ຽວກັບທະເລ, ເກາະອີກດ້ວຍ. ທ່ານ ເຈືອງດັງຕ໋ວຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງແຄ໋ງຮ່ວາ ໃຫ້ຮູ້ວ່າ.
“ພິທີອັດງານ Festival ກໍຄືບັນດາລາຍງານສະແດງໄດ້ເປັນການຢືນຢັນອະທິປະໄຕເຂດທະເລ, ເກາະ ກໍຄືສະແດງໃຫ້ເຫັນວ່າ ຍາຈາງ - ແຄ໋ງຮ່ວາ ແມ່ນສະຖານທີ່ອະລິຍະທຳ - ສະໜິດສະໜົມ. ພິທີອັດງານ Festival ແມ່ນສານທີ່ວ່າ Festival ທະເລແຄ໋ງຮ່ວາ ແມ່ນຈຸດນັດພົບ, ເພື່ອໂຄສະນາໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າໃຈເຖິງຍາຈາງ - ແຄ໋ງຮ່ວາ, ເຊິ່ງແມ່ນຈັດຕັ້ງການເຄື່ອນໄຫວ, ເຫດການສາກົນຕ່າງໆ ແລະ ເປັນຈຸດນັດພົບໃນຊຸມປີຕໍ່ໜ້າ”.