ພິທີອອກເຄື່ອນພົນບັ້ນເຄື່ອນໄຫວອາສາສະໝັກລະດູບານໃໝ່ 2015

ພິທີອອກເຄື່ອນພົນບັ້ນເຄື່ອນໄຫວອາສາສະໝັກລະດູບານໃໝ່ 2015 - ảnh 1

(vovworld)- ພິ​ທີ​ອອກ​ເຄື່ອນ​ພົນ​ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ລະ​ດູ​ບານ​ໃໝ່ 2015 ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/1 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໂດຍ​ສະ​ມາ​ຄົມ​ນັກ​ສຶກ​ສາ​ນະ​ຄອນ​ເປັນ​ຜູ້​ຈັດ​ຕັ້ງ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ທີ່​ມາ​ຈາກ​ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ນະ​ຄອນ ລວມ​ທັງໝົດ 2.500 ຄົນ. ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ລະ​ດູ​ບານ​ໃໝ່ 2015 ດຳ​ເນີນ​ແຕ່​ວັນ​ທີ 25/1 ຫາ 18/2/2015 ຢູ່ 5 ເມືອງ​ຊານ​ນະ​ຄອນ, ບັນ​ດາ​ຕາ​ແສງກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ລວມ​ມີການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ, ລາຍ​ການ​ແລກ​ປ່ຽນ​ລະ​ດູ​ບານ​ໃໝ່, ພົບ​ປະ​ກັບ​ນັກ​ຮົບ, ການ​ຫໍ່​ເຂົ້າ​ຕົ້ມ, ການ ບໍ​ລິ​ຈາກ​ເລືອດ, ການມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ນັກ​ສຶກ​ສາ…

 

 

ຂ່າວ/ບົດ​ອື່ນ