ພິທີເຊີດຊູບັນດາວິສາຫກິດທ່ອງທ່ຽວແຖວໜ້າຫວຽດນາມປີ 2016
(ພາບ: VGP/ຫງວຽນຮ່າ)
(vovworld) - ພິທີເຊີດຊູບັນດາວິສາຫກິດທ່ອງທ່ຽວແຖວໜ້າຫວຽດນາມປີ 2016, ໂດຍກົມໃຫຍ່ທ່ອງທ່ຽວ ຫວຽດນາມຈັດຕັ້ງໃນຕອນຄຳ່ວັນທີ 9/7, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງຂະແໜງການທ່ອງທ່ຽວ ຫວຽດນາມ (9/7/1960 - 9/7/2016). ລາງວັນທ່ອງທ່ຽວ ຫວຽດນາມ ເພື່ອແນໃສ່ເລືອກເຟັ້ນ, ເຊີດຊູບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ພາລະກິດພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ, ຈາກນັ້ນປະກອບສ່ວນຍົກສູງຄຸນນະພາບຮັບໃຊ້ນັກທ່ອງທ່ຽວ, ສ້າງເຄື່ອງໝາຍທ່ອງທ່ຽວ ຫວຽດນາມ. ຕາມນັ້ນແລ້ວ, ບັນດາອົງການຈັດຕັ້ງ, ວິສາຫະກິດ ໄດ້ຮັບ “ລາງວັນທ່ອງທ່ຽວ ຫວຽດນາມປີ 2016“ ແມ່ນບັນດາຫົວໜ່ວຍຢືນຢັນໄດ້ອິດທິພົນຊື່ສຽງ, ຄຸນນະພາບການຮັບໃຊ້ ແລະ ປະສິດທິຜົນການດຳເນີນທຸລະກິດໃນປີ 2015. ບໍລິສັດທ່ອງທ່ຽວ Fiditour ໄດ້ຮັບທັງ 3 ລາງວັນແມ່ນ: ທ່ອງທ່ຽວພາຍໃນປະເທດ, ທ່ອງທ່ຽວຕ່າງປະເທດ ແລະ ທ່ອງທ່ຽວສາກົນແຖວໜ້າຂອງ ຫວຽດນາມປີ 2015. ທ່ານ ເຈິ່ນເທ້ຢຸງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ ທ່ອງທ່ຽວ Fiditour, ແບ່ງປັນວ່າ:
“ຍາມໃດພວກຂ້າພະເຈົ້າກໍ່ລົງທຶນເຂົ້າລະບົບເຕັກໂນໂລຢີ ເພື່ອຮັບປະກັນຕິດຕາມກວດກາຄຸນນະພາບການບໍລິການ, ມີລະບົບຮັບໃຊ້ນັກທ່ອງທ່ຽວດີທີ່ສຸດ. ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງອົບຮົມຜູ້ນຳທ່ຽວ ເພື່ອຮັບໃຊ້ໃຫ້ນັກທ່ອງທ່ຽວດີທີ່ສຸດ, ເຮັດໃຫ້ນັກທ່ອງທ່ຽວມີລາຍການທ່ອງທ່ຽວຈັບອົກຈັບໃຈ ແລະ ມີປະໂຫຍດທີ່ສຸດ“.