ພິທີເຊີດຊູແລະມອບນາມມະຍົດ“ຊາວກະສິກອນຫວຽດນາມດີເດັ່ນປີ2013”
ພິທີມອບນາມມະຍົດ“ຊາວກະສິກອນຫວຽດນາມດີເດັ່ນປີ 2013
ພາບ:internet
|
(vovworld)- ຕອນເຊົ້າວັນທີ 15/10 ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສິລະປະ“ຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ” ແລະ ມອບນາມມະຍົດ“ຊາວກະສິກອນຫວຽດນາມດີເດ່ັນປີ 2013.” ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ:
“ຊາວກະສິກອນກວມເກືອບ 70% ຈຳນວນພົນລະເມືອງ, ໃນນັ້ນ ກວ່າ 50% ພວມສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນພາລະກິດປ່ຽນແປງໃຫມ່, ຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາຜົນງານອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດຂອງປະເທດຊາດທີ່ບັນລຸໄດ້ໃນເກືອບ 30 ປີແຫ່ງການປ່ຽນແປງໃຫມ່ ລ້ວນແຕ່ມີການປະກອບສ່ວນອັນໃຫຍ່ຫລວງຈາກປະຊາຊົນ. ໃນໄລຍະເສດຖະກິດຂອງປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ຊາວກະສິກອນແມ່ນປັດໄຈສຳຄັນປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດສັງຄົມເພື່ອຮັກສາສະຖຽນລະພາບຂອງປະເທດຊາດ ແລະ ສືບຕໍ່ພັດທະນາ.”