ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ
ຫວຽດນາມຫງວຽນທ້ຽນເຍີນ
|
(vovworld)- ວັນທີ 4/3 ຢູ່ ຈາວີງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຄະນະກຳມະການປະຊາຊົນ ແຂວງ ຈາວີງ ແລະ ກຸ່ມບໍລິສັດ ທົງທ້ວນ ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງສູນຜະລິດແນວພັນກຸ້ງເຕັກໂນໂລຊີສູງ ທົງທ້ວນ - ຈາວີງ.
ນະພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນ ຕີລາຄາສູງຄວາມເປັນຈິດຫນຶ່ງໃຈດຽວຕັດສິນໃຈຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດກໍຄືອຳນາດການປົກຄອງ ຈາວີງ ໃນການເລີ່ມລົງມືກໍ່ສ້າງສູນຜະລິດ ແນວພັນກຸ້ງເຕັກໂນໂລຊີສູງ. ທ່ານ ຫງວຽນທ້ຽນເຍີນ ຖືວ່າ ປີ 2016, ໃນສະພາບການອາກາດບໍ່ສະດວກ, ຕະຫລາດສາກົນມີການຜັນແປ ແຕ່ການສົ່ງອອກຫວຽດນາມ ບັນລຸລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ ໃນນັ້ນ ມີການສົ່ງອອກກຸ້ງ, ຈາກນັ້ນ ປະກອບສ່ວນເຮັດໃຫ້ເສດຖະກິດແບບຍືນຍົງ. ເຖິງຢ່າງໃດກໍຕາມ ການສົ່ງອອກແມ່ນໃຫຍ່ຫລວງ ແຕ່ເຮັດແນວໃດເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ນັ້ນແມ່ນຄາດໝາຍຂອງການສ້າງໂຄງປະກອບກະສິກຳຄືນໃຫມ່.