ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ
|
(vovworld) - ຕອນເຊົ້າ, ວັນທີ 28/11 ທີ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຂະແໜງຫຼັກຊັບຫວຽດນາມ ( 28/11/1996-28/11/2016 ). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ກໍ່ສ້າງຕະຫຼາດຫຼັກຊັບໃຫ້ກາຍເປັນແຫ່ງທີ່ດຶງດູດທຶນໄລຍະກາງ ແລະ ໄລຍະຍາວ ຕົ້ນຕໍຂອງພື້ນຖານເສດຖະກິດ.ພ້ອມທັງພັດທະນາຕະຫຼາດຫຼັກຊັບໃຫ້ມີຄວາມໝັ້ນຄົງ, ມີໂຄງສ້າງສົມບູນດ້ວຍຫຼາຍຂັ້ນ, ເພີ່ມຂອບຂະໜາດ ແລະ ຄຸນນະພາບ, ຫັນຜະລິດຕະພັນເປັນຫຼາຍຮູບແບບ, ຮັບປະກັນລັກສະນະເປີດເຜີຍ, ໂປ່ງໃສ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ເມື່ອຫວນຄືນໄລຍະ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ພວກເຮົາສາມາດຢັ້ງຢືນໄດ້ວ່າ ການສ້າງຕັ້ງຕະຫຼາດຫຼັກຊັບຫວຽດນາມ ແມ່ນແຜນນະໂຍບາຍຢ່າງຖືກຕ້ອງໃນວິວັດທະນາການສ້າງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ. ລັດຖະບານໃຫ້ຄຳໝັ້ນສັນຍາສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງກອບກົດໝາຍໃຫ້ມີຄວາມໂປ່ງໃສ, ສ້າງສະພາບແວດລ້ອມແຫ່ງການແກ້ງແຍ້ງໃຫ້ມີຄວາມປອດໃສ, ມີຄວາມຍຸດຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ, ບັນດາຜູ້ທີ່ເຂົ້າຮ່ວມຕະຫຼາດ. ສືບຕໍ່ຍູ້ແຮງ, ສ້າງອົງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຕະຫຼາດຫຼັກຊັບຫວຽດນາມພັດທະນາໄວ ແລະ ຍືນຍົງ.”
ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບ ຫຼຽນໄຊເອກະລາດຊັ້ນສອງ ໃຫ້ຄະນະກຳມະການຫຼັກຊັບແຫ່ງລັດ.