ພິທີແຫ່ວໍເປັນເອກະລັກ ສະເພາະຂອງດິນແດນ ເຂົ້າຊີວິດຮຸ່ງ

ພິທີແຫ່ວໍເປັນເອກະລັກ ສະເພາະຂອງດິນແດນ ເຂົ້າຊີວິດຮຸ່ງ - ảnh 1
ພິທີ​ແຫ່​ວໍ​​ເປັນ​ເອກະລັກ​ສະ​ເພາະ​ຂອງ​ດິນ​ແດນ​ເຂົ້າ​ຊີວິດ​ຮຸ່ງ
(ພາບ: TTXVN)

(vovworld) - ວັນ​ທີ 07/04 (ກົງ​ກັບ​ວັນ​ທີ 08/03 ​ໄລ່​ຕາມ​ຈັນທະ​ປະຕິທິນ), ຢູ່​ເຂດ​ປູຊະນີຍະ​ສະຖານ​ປະຫວັດສາດວິຫານ​ຮຸ່ງ, ຄະນະ​ຈັດ​ຕັ້ງ​ງານ​ບູນ​ໄຫ​ວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານບູນວິຫານ​ຮຸ່ງ​ປີ​ມະ​ເມຍ 2014 ​ໄດ້​ຈັດ​ພິທີແຫ່​ວໍຂອງ 6 ຕາ​ແສງຢູ່​ອ້ອມ​ຂ້າງ​​ໄປ​ຍັງ​ວິຫານ​ຮຸ່ງ ​ເພື່ອ​ສະ​ແດງ​ຄວາມ​ນັບຖື, ຄວາມ​ຮູ້​ບູນຄຸນ​ຕໍ່ບັນພະບຸລຸດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ເຊີດ​ຊູ​ຄຸນຄ່າ​​ເຫຼື້ອມ​ໄສ​ເຊື່ອ​ຖື​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ຢູ່​ແຂວງ​ຟຸ໋ທໍ້, ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງຈາກ​ອົງການ UNESCO ​ວ່າແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ, ພ້ອມ​ທັງຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ແຕ່​ສະ​ໄໝ​ເຂົ້າ​ຊີວິດຮຸ່ງ​ ກໍ່ສ້າງ​ປະ​ເທດ​ຊາດ ​ໄວ້​. ຄະນະ​ແຫ່​ວໍ​ໄດ້​ປະຕິບັດ​ພິທີ​ແຫ່​ວໍ ​ແລະ ຖະຫວາຍ​ເຄື່ອງ​ຂອງບູຊາ​ຂຶ້ນ​ຕໍ່​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ນີ້​​ແມ່ນ​ປີທີ 3 ​ທີ່​ແຂວງ​ຟຸ໋ທໍ້ ​ເປີດ​ກວາງ​ຂະໜາດ​ແຫ່​ວໍ​ຢູ່​ບັນດາ​ຕາ​ແສງ​ອ້ອມ​ຂ້າງ. ຜ່ານ​ພິທີ​ແຫ່​ວໍ ​ເຮັດ​​ໃຫ້ຄຸນ​ຄ່າ​ວັດທະນະທຳ​​ເຫຼື້ອມ​ໄສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ຢູ່​ແຂວງ​ຟຸ໋ທໍ້​ ເພີ່ມຂຶ້ນ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ