ພິທີໄຂ Festival ເຫວ໋ 2014
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຂົ້າຮ່ວມພິທີໄຂ Festival ເຫວ໋ 2014
(ພາບ: huefestival.com)
(vovworld) - ພິທີໄຂ Festival ເຫວ໋ 2014 ໄດ້ດຳເນີນໃນຄຳ່ຄືນວັນທີ 12/4, ຢູ່ສະໜາມຫຼວງ ງໍ້ມົນ, ນະຄອນ ເຫວ໋, ແຂວງເທື່ອທຽນເຫວ໋, ດ້ວຍການເຂົ້າຮ່ວມຂອງນັກສິລະປະຫວຽດນາມ ແລະ ສາກົນ 700 ຄົນທີ່ມາຈາກ 40 ຄະນະສິລະປະຂອງ 37 ປະເທດ. ເປີດສາກພິທີໄຂແມ່ນລາຍການສະແດງສິລະປະດ້ວຍບັນດາບົດເພງພື້ນເມືອງຫວຽດນາມ, ຖັດມາແມ່ນລາຍການສະແດງຂອງບັນດາຄະນະສິລະປະທີ່ມາຈາກລັດເຊຍ, ຈີນ, ອົດສະຕາລີ, ສເກົາຫຼີ, ຍີ່ປຸ່ນ… ອັນໄດ້ເຮັດໃຫ້ພິທີໄຂມີຄວາມຟົດຟື້ນ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມກວ່າ. ກ່າວຄວາມເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ, ພັກ ແລະ ລັດກຳນົດວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ການພັດທະນາເສດຖະກິດຕ້ອງອີງບົນພື້ນຖານວັດທະນະທຳ, ມຸງໄປເຖິງສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ປະຊາຊົນມີຄວາມຜາສຸກ ແລະ ພັດທະນາຢ່າງຮອບດ້ານ.
”ເພື່ອໃຫ້ Festival ເຫວ໋ນັບມື້ນັບມີຊີວິດຊີວາ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ເທື່ອທຽນເຫວ໋ ຄວນສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນຢ່າງແໜ້ນແຟ້ນກວ່າອີກ ເພື່ອປະຕິບັດຄາດໝາຍກໍ່ສ້າງ ແລະ ເສີມຂະຫຍາຍບັນດາຄຸນນະທາດອັນດີງາມຂອງຊາວຫວຽດນາມ, ຮັກສາມູນເຊື້ອວັດທະນະທຳທີ່ລຳ້ຄ່າຂອງຊາດ ໃນເງື່ອນໄຂເສດຖະກິດການຕະຫຼາດ ແລະ ການເຊື່ອມໂຍງກັບສາກົນໃນປະຈຸບັນ ກໍ່ຄືກຳນົດໜ້າທີ່ຕົ້ນຕໍຂອງການຈັດຕັ້ງ Festival ເຫວ໋ ແມ່ນໂຄສະນາ, ແນະນຳວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມເຖິງເພື່ອນມິດສາກົນ”.