(vovworld) – ຕອນເຊົ້າວັນທີ 4/5, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ 11. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ເປັນປະທານວາລະປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາທິດທາງວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 12, ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຊຸດທີ 12, ຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ໂຄງການທ່າອາກາດສະຍານສາກົນ ລອງແທ່ງ ແລະ ປະກອບຄຳເຫັນໃສ່ບົດລາຍງານບັນດາວຽກງານທີ່ສຳຄັນ ເຊິ່ງກົມການເມືອງໄດ້ແກ້ໄຂ ນັບແຕ່ຫຼັງກອງປະຊຸມສູນກາງຊຸດທີ 10 ມາຮອດປະຈຸບັນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຍົກອອກບັນດາບັນຫາເພື່ອໃຫ້ສູນກາງສົນໃຈໃນວິວັດການຄົ້ນຄ້ວາ, ປຶກສາຫາລື ແລະ ຕັດສິນ. ກ່ຽວກັບທິດທາງວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 12, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ແຕ່ນີ້ມາຮອດກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ 12, ພ້ອມກັບການສືບຕໍ່ປະຕິບັດສຳເລັດບັນດາຮ່າງເອກະສານກອງປະຊຸມໃຫຍ່, ຄະນະບໍລິຫານງານສູນກາງຕ້ອງສຸມໃສ່ກະກຽມບຸກຄະລາກອນໃຫ້ກອງປະຊຸມໃຫຍ່ຕາມກົດລະບຽບພັກ. ນີ້ແມ່ນໜ້າທີ່ສຳຄັນທີ່ສຸດ, ຮຽກຮ້ອງຄະນະບໍລິຫານງານສູນກາງ ແລະ ກົມການເມືອງຕ້ອງກະກຽມຕາມຂັ້ນຕອນຢ່າງແໜ້ນແຟ້ນ ແລະ ເໝາະສົມກັບລະດັບຄວາມໄວ.
ຂ້າພະເຈົ້າສະເໜີໃຫ້ສະຫາຍກຳມະການສູນກາງແຕ່ລະຄົນຕ້ອງຮັບຮູ້ຄວາມໝາຍອັນໃຫຍ່ຫຼວງຂອງວຽກງານສຳຄັນນີ້ໃຫ້ຄົບຖ້ວນ, ສຸມໃສ່ປຶກສາຫາລື,ໄຈ້ແຍກ, ເຮັດໃຫ້ບັນດາເນື້ອໃນເລິກເຊິ່ງ,ເອົາໃສ່ໃຈຕື່ມອີກກ່ຽວກັບບັນຫາຫຍັງ,ໜ້າວຽກ ໃດ,ກຳມະການຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາປະຈຸບັນ ຕ້ອງມີຄຸນທາດການເມືອງທີ່ໝັ້ນຄົງ, ຢືດໝັ້ນຈຸດໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ມີຄຸນສົມບັດ ແລະ ແບບແຜນການດຳລົງຊີວິດທີ່ປອດໃສ, ເປັນແບບຢ່າງ, ບໍ່ສໍ້ລາດບັງຫຼວງ, ບໍ່ສວຍໃຊ້ອຳນາດ, ມີສະຕິຮັກສາ ແລະ ປົກປັກຮັກສາຄວາມສາມັກຄີ, ຄວາມເປັນເອກະພາບໃນພັກ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອຈາກມະຫາຊົນ.
ສຳລັບບັນຫາຮູບແບບຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນ ການປ່ຽນໃໝ່, ການປັບປຸງຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແມ່ນບັນຫາທີ່ມີຄວາມໝາຍສຳຄັນທີ່ສຸດ ສຳລັບພາລະກິດແຫ່ງການປ່ຽນໃໝ່, ປັບປຸງ, ຍົກສູງຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ. ກົມການເມືອງຍື່ນສະເໜີຕໍ່ສູນກາງພັກສືບຕໍ່ພິຈາລະນາ, ໃຫ້ຄວາມເຫັນ, ເປັນຕົ້ນແມ່ນການເລືອກເຟັ້ນຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ເພື່ອກຳນົດທິດໃຫ້ສະພາແຫ່ງຊາດພິຈາລະນາ, ປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນທີ່ວາລະປະຊຸມຄັ້ງທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ່ 13 ໃກ້ຈະມາເຖິງ.