ພິທີໄຂຊຸດເຝິກອົບຮົມວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ

ພິທີໄຂຊຸດເຝິກອົບຮົມວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ - ảnh 1
(ພິທີໄຂຊຸດເຝິກອົບຮົມວຽກງານແນວໂຮມ
ໃຫ້ພະນັກງານແນວລາວສ້າງຊາດ)

(vovworld) – ທີ່​ພິທີ​ເປີດ​ຊຸດ​​ເຝິກອົບຮົມ​ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ 20/8 ຢູ່​ຮ່າ​ໂນ້ຍ, ຜູ້ຕາງໜ້າ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ​ແນວລາວສ້າງ​ຊາດ ຢືນຢັນ​ວ່າ: ​ເລື່ອງ​​ສົມທົບ​ກັນຈັດ​ຕັ້ງ​ບັນດາ​ຊຸດ​​ເຝິກອົບຮົມ​ໄລຍະ​ສັ້ນ​ໃຫ້​ແກ່​ພະນັກງານ​ແນວ​ໂຮມ 2 ປະ​ເທດ ຈະ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງໃຫ້​ມູນ​ເຊື້ອ​ສາມັກ​ຄີ, ມິດຕະພາບ​ລະຫວ່າງ 2 ຊາດ ຫວຽດນາມ - ລາວ. ທ່ານ​ຮອງ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວລາວສ້າງ​ຊາດ ຄຳ​ໃບ ດຳ​ລັດ ໃຫ້​ຮູ້​ວ່າ: ບັນດາ​ພະນັກງານ​​ເຂົ້າ​ຮ່ວມ​ຊຸດ​ເຝິກອົບຮົມ​ນີ້ ລ້ວນ​ແຕ່​​ແມ່ນພະນັກງານ​ຫາກໍ່ໄດ້ຮັບ​ແຕ່ງ​ຕັ້ງ​ແຕ່​ຂັ້ນ​ສູນກາງ​ລົງ​ຮອດຂັ້ນ​ທ້ອງ​ຖິ່ນ. ທ່ານ ຄຳ​ໃບ ດຳ​ລັດ ປາດ​ຖະໜາ​ວ່າ: ບັນດາ​ພະນັກງານ​ແນວລາວສ້າງ​ຊາດ ​ມາ​ຮ່ຳຮຽນ​ຈະ​ໄດ້​ຮັບ​ເອົາ​ທິດ​ສະ​ດີ, ບົດຮຽນ​ຕົວຈິງ, ປະກອບສ່ວນ​ສ້າງ​ການ​ພົວພັນ​ລະຫວ່າງ 2 ອົງການ​ແນວ​ໂຮມ​ເວົ້າ​ສະ​ເພາະ ​ແລະ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ​ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ທີ່​ພິທີ​ເປີດ​ຊຸດ​ຮຽນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ແລກປ່ຽນ​ກັບ​ບັນດາ​ສຳ​ມະ​ນາກ​ອນກ່ຽວ​ກັບ​ບາງ​ຜົນງານ ​ແລະ ການ​ພັດທະນາ​ເສດຖະກິດ - ສັງຄົມ ຫວຽດນາມ ພາຍ​ຫລັງ 30 ປີ​​ແຫ່ງ​ການປ່ຽນ​ໃໝ່ ​ແລະ ​ແງ່​ຫວັງ​​ໄລຍະຍາວ 2016 - 2030

ຂ່າວ/ບົດ​ອື່ນ