(vovworld) - ຕອນເຊົ້າວັນທີ 10/05, ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດແຫ່ງຊາດທາງເລກ 9, ນະຄອນດົງຮ່າ, ຄະນະກຳມະການປະຊາຊົນແຂວງກວາງຈີ້ ໄດ້ຈັດພິທີໄຫວ້ອາໄລ ແລະ ປົງອັດຖິທະຫານອາສາສະໜັກ ແລະ ຊ່ຽນຊານຫວຽດນາມ 53 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ. ນີ້ແມ່ນພິທີໄຫວ້ອາໄລ ແລະ ປົງອັດຖິຄັ້ງທີ 27 ໃນຮອບ 20 ປີຜ່ານມາ. ເຊິ່ງໄດ້ຮັບການຜັນຂະຫຍາຍແຕ່ເດືອນ 10/2012 ມາຮອດເດືອນ 5/2013, ກອງທ້ອນໂຮມອັດຖິ 584, ຂຶ້ນກັບກອງບັນຊາການທະຫານແຂວງກວາງຈີ້ ໄດ້ເກັບກຳຂໍ້ມູນ, ຈັດຕັ້ງການຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ 53 ຊຸດຢູ່ 2 ເມືອງ ເຊກອງ ແລະ ສະຫວັນນະເຂດ ດ້ວຍການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີໜ້າທີ່ຮັບຜິດຊອບຂອງພັກ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າ. ພາຍຫຼັງພິທີມອບຮັບອັດຖິລະຫວ່າງຄະນະປະຕິບັດງານພິເສດຂອງແຂວງກວາງຈີ້ ແລະ ແຂວງສະຫວັນນະເຂດ ຢູ່ດ່ານຊາຍແດນສາກົນ ລາວບາວ, ອັດຖິທະຫານທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ 53 ຊຸດ ໄດ້ນຳເມືອປົງຢູ່ສຸສານເລກ 9, ນະຄອນດົງຮ່າ, ແຂວງກວາງຈີ້.