ພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ

ພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທີ້ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) - ​​​​​ ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ “ຫວຽດ​ນາມ - ອິນ​ເດຍ: 45 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 10 ປີ​ແຫ່ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄືອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 10 ປີ​ແຫ່ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ. ກອງ​ປະ​ຊຸມ​ສຳ​ມະ​ນາ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ກ່ຽວ​ກັບ​ດ້ານ​ທິດ​ສະ​ດີເທົ່າ​ນັ້ນ ຫາກ​ຍັງ​ຢັ້ງ​ຢືນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ລັດ, 2 ຊາດ​ຢ່າງ​ແຮງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ສ​ຳ​ມະ​ນາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທີ້ງ ຊີ້​ແຈ້ງວ່າ:

“ການ​ພົວ​ພັນ​ມິດ​ຕະ​ພາບ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ນ​ັບ​ມື້​ນັບ​ໄດ້​ຍົກ​ລະ​ດັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ໃນ​ສະ​ພາບ​ການ​ໃຫມ່, ຮຽກ​ຮ້ອງ​ໃຫ້ 2 ປະ​ເທດ​ຕ້ອງ​ເປັນ​ເຈົ້າ​ການ​ເສີມ​ຂະ​ຫຍາຍ​ບັນ​ດາ​ປັດ​ໄຈ​ຄ້າຍ​ຄື​ກັນ, ສຸມ​ໃສ່​ແກ້ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ, ກຳ​ນົດ​ບັນ​ດາ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ, ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ນະ​ໂຍ​ບາຍມ​ຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ ອິ​ນ​ເດຍ”

ກໍ່​​ມີທັດ​ສະ​ນະ​​ເຊັນ​ດຽວ​ກັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ອິນ​ເດຍ ປະ​ຈຳ ຫວຽດ​ນາມ Parvathaneni Harish ຖື​ວ່າ:

“ປະ​ຈຸ​ບັນ ພວມ​ແມ່ນ​ຈຸດ​ເວ​ລາ​ທີ່​ດີ​​ສຳ​ລັບ ຫວຽດ​ນາມ ແລະ ອິ​ນ​ເດຍ ໃນ​ຂະ​ນະ​ທີ່ 2 ປະ​ເທດ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, 10 ປີ​ແຫ່ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ແງ​່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຍັງໃຫ​ຍ່ຫຼວງ​ຢູ່ ແລະ ການ​ພົວ​ພັນ 2 ຝ່າຍ​ຍັງ​ສືບ​ຕໍ່​ພັດ​ທະ​ນາ”


ຂ່າວ/ບົດ​ອື່ນ