ພົນໂທ Nguyen Chi Vinh ຕ້ອນຮັບຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກກອງທັບປະຊາຊົນລາວ

ພົນໂທ Nguyen Chi Vinh ຕ້ອນຮັບຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກກອງທັບປະຊາຊົນລາວ - ảnh 1
( ທ່ານພົນ​ໂທ Nguyen Chi Vinh )

( vovworld ) -   ຕອນ​ບ່າຍ​ວັນ​ທີ 12/6, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດທີ່​ຮ່າ​ໂນ້ຍ, ທ່ານພົນ​ໂທ Nguyen Chi Vinh, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ຕີ ສຸ​ເພັດ​ ໄພ​ວິສິດ, ຫົວໜ້າ​ກົມ​ໃຫຍ່ພະລາທິການ - ​ເຕັກນິກ​ກອງ​ທັບ​ປະຊາຊົນ​ລາວ​ເຂົ້າ​ຢ້າງ​ຂໍ່ານັບ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານພົນ​ໂທ Nguyen Chi Vinh ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຢ້ຽມຢາມ​ຂອງ​ທ່ານພົນ​ຕີ ສຸ​ເພັດ​ ໄພ​ວິສິດ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ກາ​ນສ້າງການ​ພົວພັນ​ພິ​ເສດລະຫວ່າງ​ກອງທັບ​ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານພົນ​ໂທ Nguyen Chi Vinh ​ໃຫ້​ຮູ້​ວ່າ, ບັນດາ​ຫົວໜ່ວຍ, ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ ພວມ​ມີ​ບັນດາການ​ເຄື່ອນ​ໄຫວ​ຢ່າງ​​ແທດ​ຈິງ ​ເພື່ອ​ສະ​ເຫຼີ​ມສະຫຼອງປີ​ແຫ່ງ​ຄວາມ​ສາມັກຄີ​​ແບບ​ພິ​ເສດຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ. ສ່ວນ​ທ່ານ​ພົນ​ຕີ ສຸ​ເພັດ​ ໄພ​ວິສິດ ​ໄດ້​ຢືນຢັນ​ວ່າ, ຍາມ​ໃດ ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍ​ຈົດ​ຈຳ​ການ​ປະກອບ​ເຮື່ອ​ແຮງ, ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ ​ແລະ ມີ​ປະສິດທິ​ຜົນ​ຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ຫວຽ​ດນາມ ທີ່​ສະຫງວນ​ໃຫ້​ແກ່​ປະ​ເທດລາວ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​​ໃນ​ເມື່ອກ່ອນ​ ກໍ​ຄື​​ໄລຍະ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ