(vovworld) - ຕອນບ່າຍວັນທີ 27/8, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ, ພົນໂທ Tran Dai Quang ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສິງກະໂປ ໂດຍທ່ານ Teo Chee Hean, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີປະສານງານປ້ອງກັນຄວາມສະຫງົບເປັນຫົວໜ້າຄະນະ, ພ້ອມກັບລັດຖະມົນຕີກະຊວງພາຍໃນສິງກະໂປ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຕາງໜ້າໃຫ້ກະຊວງຕຳຫຼວດຫວຽດນາມ, ພົນໂທ Tran Dai Quang ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມຂອງທ່ານ Teo Chee Hean ພ້ອມກັບສະມາຊິກໃນຄະນະ. ພົນໂທ Tran Dai Quang ໄດ້ເນັ້ນໜັກວ່າ ໃນຕະຫຼອດຊຸມປີທີ່ຜ່ານມາ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການທີ່ກຽວຂ້ອງຂອງສິງກະໂປ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ພົນໂທ Tran Dai Quang ຫວັງວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະ ຈະເປີດໄລຍະພັດທະນາໃໝ່ໃນການພົວພັນ, ຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງພາຍໃນສິງກະໂປ ໂດຍຜ່ານການຕໍ່ກຳນົດເວລາໃຫ້ຂໍ້ຕົກລົງຮ່ວມມືປ້ອງກັນ, ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.