ພົນໂທເຈືອງກວາງແຄ໋ງຕ້ອນຮັບຮອງອຳນວຍການຮ່ວມມືດ້ານເຕັກນິກການທະຫານລັດເຊຍ
ທ່ານພົນໂທ ເຈືອງກວາງແຄ໋ງ ຕ້ອນຮັບຮອງຜູ້ອຳນວຍ
ການ ທ່ານ Vladimir Nikolaevich Drozzov
(ພາບ: vannghequandoi.com)
(vovworld) – ຕອນບ່າຍວັນທີ 30/9, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຫວຽດນາມ, ພົນໂທ ເຈືອງກວາງແຄ໋ງ ໄດ້ໃຫ້ການຕ້ອນຮັບຮອງຜູ້ອຳນວຍການອົງການສະຫະພັນກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ ລັດເຊຍ ທ່ານ Vladimir Nikolaevich Drozzov, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ເຈືອງກວາງແຄ່ງ ເນັ້ນໜັກວ່າ: ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານດີງາມ. ໃນຊຸມປີຜ່ານມາ, ການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າເປັນ 1 ໃນ 4 ເສົາຄ້ຳສຳຄັນ. ທ່ານພົນໂທ ເຈືອງກວາງແຄ໋ງ ສະເໜີ ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຍູ້ແຮງການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ກ້າວເຂົ້າສູ່ລວງເລິກ, ນຳມາເຊິ່ງມີປະສິດທິຜົນຢ່າງແທດຈິງກ່ວາອີກ.
ທ່ານຮອງຜູ້ອຳນວຍການອົງການສະຫະພັນກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ ລັດເຊຍ Vladimir Nikolaevich Drozzov ຢືນຢັນວ່າ: ສະຫະພັນ ລັດເຊຍ ຍາມໃດກໍຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ. ໃນໄລຍະຈະມາເຖິງບັນດາອົງການທີ່ກ່ຽວຂ້ອງຂອງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ຈະສືບຕໍ່ພົບປະ, ແລກປ່ຽນມາດຕະການຊຸກຍູ້ບັນດາຂົງເຂດຮ່ວມມືກ່ຽວກັບດ້ານປ້ອງກັນຊາດ ເຊິ່ງ 2 ຝ່າຍມີທ່າແຮງ.