(vovworld) – ຕອນຄ່ຳວັນທີ 29/01, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດງານພົບປະສັງສັນກັບບັນດາອົງການທູຕານຸທູດ, ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເນື່ອງໃນໂອກາດບຸນເຕັດປີວອກ 2016. ກ່່າວຄຳເຫັນທີ່ພິທີ, ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫວູຊວນຮົ່ງ ໄດ້ຂອບໃຈບັນດາເອກອັກຄະລັດຖະທູດ ແລະ ບັນດາຜູ້ຕາງໜ້າຂອງປະຊາຄົມບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳຫວຽດນາມ ກ່ຽວກັບອາລົມຈິດມິດຕະພາບ, ຈິດໃຈຮ່ວມມື ແລະ ການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສ້າງສາໃນປີ 2015. ຄະນະທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ລ້ວນແຕ່ກ່າວຄຳເຫັນອວຍພອນບັນດາຜົນງານເຊິ່ງປະຊາຊົນຫວຽດນາມ ຍາດໄດ້ໃນຊຸມປີຜ່ານມາ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະບັນລຸໄດ້ຄາດໝາຍທີ່ໃຫຍ່ຫຼວງ, ນັ້ນແມ່ນ ຮັບປະກັນຊີວິດສັງຄົມ ແລະ ນຳຄວາມຜາສຸກມາໃຫ້ປະຊາຊົນ.