ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝຣັ່ງ ກ່າວຄຳເຫັນທີ່ງານພົບປະ
(vovworld) – ໃນລະຫວ່າງວັນທີ 26-31/5, ຢູ່ນະຄອນ Blois, ຝລັ່ງ ໄດ້ດຳເນີນງານ ”ພົບປະ Blois” ປະຈຳປີກ່ຽວກັບ ”ພີຊິກພະລັງງານສູງ ແລະ ດາລາສາດ”. ໃນງານພົບປະປີນີ້, ມີການເຂົ້າຮ່ວມຂອງນັກພີຊິກ 144 ຄົນ ທີ່ມາຈາກ 22 ປະເທດຢູ່ໃນໂລກ. ຜູ້ກໍ່ຕັ້ງງານພົບປະBlois ແມ່ນນັກວິທະຍາສາດຫວຽດນາມ, ສາສະດານຈານ ເຈິນແທງເວີນ, ເຊິ່ງແມ່ນຜູ້ທີ່ມີອິດທິພົບຊື່ສຽງຢູ່ໂລກໃນ 25 ປີຜ່ານມາ, ທັງແມ່ນຄົນອາຊີຜູ້ທີ 3 ໄດ້ຮັບຫຼຽນກາ PATE ຂອງສະຖາບັນພີຊິກ ອາເມລິກາ ທີ່ສະຫງວນໃຫ້ບັນດາການນຳພີຊິກດີເດັ່ນທີ່ສຸດຂອງໂລກ.
ໃນງານພົບປະຄັ້ງທີ 25 ນີ້, ຄະນະຈັດຕັ້ງຈະສະຫງວນເວລາເພື່ອແນະນຳກ່ຽວກັບສູນວິທະຍາສາດ ແລະ ສຶກສາລະຫວ່າງຂະແໜງສາກົນ ເຊິ່ງຈະເປີດສະຫຼອງໃນເດືອນ 8 ຈະມາເຖິງຢູ່ແຂວງກວີເຍີນ, ສູນດັ່ງກ່າວໄດ້ຮັບການສ້າງຕັ້ງຍ້ອນມີການປະກອບສ່ວນຂອງສາສະດາຈານ ເຈິ່ນແທງເວີນ ແລະ ບັນດາເພື່ອນມິດຂອງທ່ານ ພ້ອມກັບການສະໜັບສະໜູນຂອງລັດຖະບານຫວຽດນາມ. ທີ່ງານພົບປະ, ມີນັກວິທະຍາສາດຫຼາຍທ່ານທີ່ເຄີຍໄດ້ຮັບລາງວັນ Nobel ໄດ້ສະແດງຄວາມເອົາໃຈໃສ່ ແລະ ປາຖະໜາຢາກມາເຮັດວຽກ, ຮ່ວມງານຢູ່ຫວຽດນາມເວົ້າລວມ ແລະ ຢູ່ສູນວິທະຍາສາດ ແລະ ສຶກສາລະຫວ່າງຂະແໜງສາກົນ ເວົ້າສະເພາະ. ສາສະດາຈານ ເຈິ່ນແທງເວີນ ໃຫ້ຮູ້ວ່າ:
“ບັນດາສາສະດາຈານທີ່ພວກຂ້າພະເຈົ້າເຊີນມາຫວຽດນາມ ແມ່ນຜູ້ທີ່ຂ້າພະເຈົ້າໄດ້ລຶ້ງເຄີຍກ່ອນນີ້ 30-40 ປີແລ້ວ. ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງໝູນໃຊ້ກາລະໂອກາດນີ້ ເພື່ອຍົກສູງພາບພົດຂອງຫວຽດນາມ, ແລະສ້າງເງື່ອນໄຂໃຫ້ພວກນ້ອງນັກຮຽນ, ນັກສຶກສາໄດ້ຮຳ່ຮຽນເອົາບົດຮຽນຈາກເຂົາເຈົ້າ, ກໍ່ຄືພິສູດໃຫ້ໂລກເຫັນວ່າ, ຫວຽດນາມສາມາດເຊີນບັນດານັກວິທະຍາສາດແຖວໜ້າຂອງໂລກມາໄດ້, ອັນຈະປະກອບສ່ວນຍົກສູງທີ່ຕັ້ງຂອງຫວຽດນາມຢູ່ໃນໂລກ“.