ພົບປະສັງສັນກັບນັກຮົບຖືກກັກຂັງໃນໄລຍະຕໍ່ສູ້ຕ້ານຝຣັ່ງ
ສະມາຄົມນັກໂທດການເມືອງຮັກຊາດນະຄອນ ດົງຮ່າ, ແຂວງ ກວາງຈີ້ ຈັດຕັ້ງການພົບປະສັງສັນບັນດານັກຮົບປະຕິວັດຖືກກັງຂັງ
ໃນໄລຍະຕໍ່ສູ້ ຕ້ານ ຝຣັ່ງ
(ພາບ: quangtritv.vn)
|
(vovworld) – ວັນທີ 5/5, ສະມາຄົມນັກໂທດການເມືອງຮັກຊາດນະຄອນ ດົງຮ່າ, ແຂວງ ກວາງຈີ້, ໄດ້ຈັດຕັ້ງການພົບປະສັງສັນ, ມອບຂອງຂວັນໃຫ້ບັນດານັກຮົບປະຕິວັດຖືກກັງຂັງໃນໄລຍະຕໍ່ສູ້ຕ້ານ ຝຣັ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ທີ່ການພົບປະ, ບັນດານັກຮົບເກົ່າໄດ້ທົບທວນຄືນບັນດາໄຊຊະນະທີ່ສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນໄລຍະຕໍ່ສູ້ຕ້ານ ຝຣັ່ງ, ປະກອບສ່ວນສ້າງໄຊຊະນະ ດ້ຽນບຽນຝູ ໃນວັນທີ 7/5/1954. ການພົບປະຄັ້ງນີ້ແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍນຳ້ໃຈພິລະອາດຫານຂອງບັນດາຜູ້ທີ່ໄດ້ຕໍ່ສູ້ໂດຍກົງ, ຜ່ານຜ່າການກັກຂັງຢູ່ຄຸກແຫ່ງຕ່າງໆຂອງສັດຕູ. ພ້ອມທັງລະດົມກຳລັງໃຈບັນດານັກຮົບເກົ່າ ແລະ ຄອບຄົວນອນໃນເປົ້າໝາຍນະໂຍບາຍສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນນັບມື້ນັບຮັ່ງມີ, ສວຍງາມ.