ພົບປະແລກປ່ຽນກັບເພື່ອນມິດສາກົນເນື່ອງໃນໂອກາດສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ

ພົບປະແລກປ່ຽນກັບເພື່ອນມິດສາກົນເນື່ອງໃນໂອກາດສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ຕອນ​ບ່າຍ​ວັນ​ທີ 30/4, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ​ສົມ​ທົບ​ກັບ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ກັບ​ເພື່ອນ​ມິດ​ສາ​ກົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ. ມີ​ຜູ້​ແທນ​ສາ​ກົນ​, ຜູ້​ພະ​ຍານ​ປະ​ຫວັດ​ສາດ ກວ່າ 100 ທ່ານ ໄດ້​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ ກູ້​ຊາດໄດ້​ພ້ອມ​ກັນ​ແບ່ງ​ປັນ​ອາ​ລົມ​ຈິດ, ທົບ​ທວນ​ຄືນ​ບັນ​ດາ​ເຫດ​ການ, ອະ​ນຸ​ສອນ​ກ່ຽວ​ກັບ​ໄລ​ຍະ​ແຫ່ງ​ການ​ຕໍ່​ສູ້ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເພື່ອ​ຄວາມ​ມຸ່ງ​ຫວັງ​ສັນ​ຕິ​ພາບ, ເອ​ກະ​ລາດ, ເອ​ກະ​ພາບ. ທີ່​ງານ​ພົບ​ປະ, ບັນດາ​ຜູ້​ແທນ​ມາ​ຈາກ​ຫລາຍ​ປະ​ເທດ ແລະ ເຂດ​ແຄ້ວນ ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ໄດ້​ກັບ​ຄືນ​ຫວຽດ​ນາມ ແລະ ມີ​ຫນ້າ​ໃນ​ງານ​ພົບ​ປະ ແມ່ນ​ກົງ​ກັບ​ຈຸດ​ເວ​ລາ​ສະ​ເຫລີມສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ບັນ​ດາ​ຜູ້​ແທນ​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້ ແລະ ຢືນ​ຢັນ: ສືບ​ຕໍ່​ເອົາ​ໃຈ​ໃສ່, ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທ​ດ​ຊາດ.

 

ຂ່າວ/ບົດ​ອື່ນ