ພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ຈີນຈະດຳເນີນໃນລະຫວ່າງວັນທີ28-31/03
ທ່ານພົນເອກ ຟູງກວາງແທງ (ພາບ: KT)
(vovworld) – ນັບແຕ່ວັນທີ 28 – 31/03/2016 ຢູ່ແຂວງ ລ້າງເຊີນ (ຫວຽດນາມ) ແລະແຂວງ ກວາງຊີ (ຈີນ) ຈະດຳເນີນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 3. ທ່ານພົນເອກ ຟູງກວາງແທງ ຮອງເລຂາທິການຄະນະພັກການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ຈ່າງວານແຈ໋ວນ ກຳມະການລັດຖະບານ, ກຳມະການຄະນະພັກການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈີນ ເປັນປະທານຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ.
ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ 2 ປະເທດຈະເຫັນປະຈັກຕາການລາດຕະເວນຮ່ວມລະຫວ່າງທະຫານປ້ອງກັນຊາຍແດນ 2 ປະເທດ; ເຂົ້າຮ່ວມພິທີເປີດສະຫຼອງຫໍວັດທະນະທຳມິດຕະພາບຊາຍແດນ ຫວຽດນາມ - ຈີນ ແລະ ຢ້ຽມຢາມຫົວໜ່ວຍການທະຫານຈຳນວນໜຶ່ງ 2 ຝ່າຍ…ໂດຍຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດເວົ້າລວມ, ລະຫວ່າງປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດເວົ້າສະເພາະ, ປະກອບສ່ວນສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັກທະນາ; ພ້ອມທັງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຈະມາເຖິງ.