ພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ວັນທີ 27 ສິງຫາ, ທີ່ນະຄອນຫລວງ ເຊີອູນ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ສ.ເກົາຫຼີ ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ປະຈຳ ສ.ເກົາຫຼີ
ພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ - ảnh 1ພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ (ພາບ: ຫວຽດນາມ+) 

ຈັດຕັ້ງງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ເພື່ອຂ່ຳນັບຮັບຕ້ອນວັນຊາດຂອງ ຫວຽດນາມ ຄົບຮອບ 72 ປີ (02/09/1945 – 02/09/2017) ແລະ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ (22/12/1992 – 22/12/2017). ງານບຸນດຳເນີນໄປດ້ວຍບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ ຍ້ອງຍໍສັນລະເສີນຄວາມງາມຂອງປະເທດ ແລະ ປະຊາຊົນ ຫວຽດນາມ. ທີ່ງານບຸນກໍ່ດຳເນີນງານປະກວດສຽງເພງ ແລະ ວາດຟ້ອນຂອງ ຫວຽດນາມ ໂດຍຊາວ ສ.ເກົາຫຼີ ສະແດງ, ສ່ວນຊາວ ຫວຽດນາມ ກໍ່ສະແດງບັນດາບົດເພງຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ