ພະຍຸ Haiyan ເຮັດໃຫ້ 18 ຄົນເສຍຊີວິດ ແລະ ຫາຍສາບສູນ, 81 ຄົນຮັບບາດເຈັບ
ພະຍຸ Haiyan ພັດເຂົ້າແຂວງກວາງນິງ
(ພາບ: vnexpress.net)
(vovworld) - ໄລ່ມາຮອດເວລາ 18 ໂມງ 30 ນາທີ, ວັນທີ 11/11, ພະຍຸ Haiyan ໄດ້ເຮັດໃຫ້ 14 ຄົນເສຍຊີວິດ, 4 ຄົນຫາຍສາບສູນ, 81 ຄົນຮັບບາດເຈັບ, ສ່ວນຫຼາຍແມ່ນໃນຂະນະພວມສ້ອມແປງເຮືອນ, ຕັດຕົນໄມ້ ເພື່ອຮັບມືກັບພະຍຸ. ປະຈຸບັນ, ກຳລັງປ້ອງກັນຊາຍແດນແຂວງ ກວາງນິງ ໄດ້ຈັດສົ່ງພະນັກງານ, ນັກຮົບສົມທົບກັບກຳລັງຢູ່ກັບທີ ຊອກຫາ 4 ຄົນຖືກຫາຍສາບສູນໃນບໍລິເວັນແຂວງ ຢ່າງຮີບດ່ວນ.
ວັນທີ 11/11, ຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບ - ຫ້ອງການຊີ້ນຳປ້ອງກັນ, ຕ້ານພະຍຸສູນກາງໄດ້ມີສານທາງການສົ່ງເຖິງຄະນະຊີ້ນຳປ້ອງກັນ, ຕ້ານພະຍຸນ້ຳຖ້ວມ ແລະ ຊອກຫາກູ້ໄພກູ້ຊີບ, ບັນດາແຂວງເຂດແຄມທະເລຈາກແຂວງກວາງບິ່ງ ຮອດ ແຂວງກາເມົາ ແລະ ບັນດາກະຊວງຄື: ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ພັດທະນາຊົນນະບົດ, ກະຊວງຄົມມະນາຄົມຂົງສົ່ງ, ຜັນຂະຫຍາຍວຽກງານກຽມພ້ອມຮັບມືກັບຄວາມດັນອາກາດຕໍ່າ ທີ່ພວມສ້າງຂຶ້ນ ແລະ ອາດຈະເພີ່ມຄວາມແຮງກາຍເປັນພະຍຸໃນທະເລຕາເວັນອອກ. ກະຊວງປ້ອງກັນປະເທດ ກໍ່ມີສານທາງການສົ່ງເຖິງກອງບັນຊາການທະຫານປ້ອງກັນຊາຍແດນ, ກອງບັນຊາການຕຳຫຼວດທະເລ, ເຫຼົ່າທັບເຮືອ ຊີ້ນຳວຽກການກຽມພ້ອມຮັບມືກັບຄວາມດັນອາກາດຕໍ່າ.