ພະຍຸ Rammasun ເຮັດໃຫ້ຊາວ ຟີລິບປີນ ກວ່າ 20 ຄົນເສຍຊີວິດ

ພະຍຸ Rammasun ເຮັດໃຫ້ຊາວ ຟີລິບປີນ ກວ່າ 20 ຄົນເສຍຊີວິດ - ảnh 1
(ພາບປະກອບ)

(vovworld) –  ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປີນ ​ໃຫ້​ຮູ້​ວ່າ ມີ​ 20 ຄົນ​ເສຍ​ຊີວິດ, 7 ຄົນ​ຖືກ​ບາດ​ເຈັບ ​ແລະ 5 ຄົນ​ຫາຍ​ສາບ​ສູນຢູ່​ປະ​ເທດ​ນີ້ຍ້ອນ​ພະຍຸ Rammasun. ຜູ້​ເສຍ​ຊີວິດ​ສ່ວນ​ຫຼາຍຍ້ອນຖືກ​ຕົ້ນ​ໄມ້ຫັກ ​ແລະ ​ເຮືອນພັງ​ຖະຫຼົ່ມ

        ພະຍຸ Rammasun ​ໄດ້​ພັດ​ເຂົ້າ​​ເຂດ​ທາງ​ທິດຕາ​ເວັນ​ອອກ​ຟີ​ລິບ​ປີນ ​ໃນ​ວັນ​ທີ 15/07, ດ້ວຍຄວາມ​ແຮງຂອງ​ລົມຂຶ້ນ​ເຖິງ 250 ກມ/​ຊົ່ວໂມງ, ຫຼັງ​ຈາກ​ນັ້ນ​ກໍ່​ເຄື່ອນ​ຜ່ານ​ເກາະ Luzon ​ແລະ ສືບ​ຕໍ່​ເຄື່ອນ​​ໄປ​ທາງ​ທິດຕາ​ເວັນ​ຕົກ. ມີ​ຊາວ​ຟີ​ລິບ​ປີນ​ປະມານ 500.000 ຄົນ ຖືກ​ຜົນ​ສະທ້ອນ​ຍ້ອນ​ພະຍຸລູກ​ນີ້, ​ໃນ​ນັ້ນ​ມີ​ຊາວ​ຟີ​ລິບ​ປີນ 423.000 ຄົນ​ຕ້ອງ​ອາ​ໄສ​ຢູ່​ສູນ​ອົບ​ພະຍົບ. ນອກຈາກ​ນັ້ນ, ຖ້ຽວບິນ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ 254 ຖ້ຽວຖືກ​ລົບ​ລ້າງ ​ແລະ ຢູ່​ຫຼາຍ​ແຫ່ງ​ບໍ່​ມີ​ໄຟຟ້າ​ໃຊ້, ສຳນັກງານ ​ແລະ ​ໂຮງຮຽນ​ຫຼາຍ​ແຫ່ງ​ຕ້ອງປິດ​ປະຕູ.

ຂ່າວ/ບົດ​ອື່ນ