ພະນັກງານ, ລັດຖະກອນຕ້ອງມີການຫັນປ່ຽນຢ່າງແທ້ຈິງຈາກກຳລັງຄວາມສາມາດຂອງຕົນ

(VOVWORLD) -ຕອນບ່າຍວັນທີ 21 ມັງກອນ, ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມສະຫຼຸບປີ 2018, ຜັນຂະຫຍາຍໜ້າທີ່ປີ 2019.

ພະນັກງານ, ລັດຖະກອນຕ້ອງມີການຫັນປ່ຽນຢ່າງແທ້ຈິງຈາກກຳລັງຄວາມສາມາດຂອງຕົນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮັບຮອງບັນດາໝາກຜົນການເຄື່ອນໄຫວເຊິ່ງໜ່ວຍປະຕິບັດງານບັນລຸໄດ້ ແລະ ຖືວ່າ ໜ່ວຍປະຕິບັດງານບໍ່ແມ່ນອົງການບໍລິຫານ ແຕ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ, ສ້າງຂີດໝາຍ, ຕ້ານຄືນການຄວາມອຶກອັກຊັກຊ້າ, ນຳແຜນນະໂຍບາຍຂອງພັກ, ລັດຖະບານ, ລັດເຂົ້າໃນຊີວິດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ໜ່ວຍປະຕິບັດງານປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຫຼາຍກວ່າ ແລະ ໃສ່ໃຈວ່າ ໜ່ວຍປະຕິບັດງານບໍ່ເຮັດວຽກແທນໃຫ້ບັນດາອົງການຄຸ້ມຄອງລັດ, ກະຊວງ, ຂະແໜງການ ຫາກສຸມໃສ່ແກ້ໄຂຂໍ້ຕິດຂັດໃນລະບອບລະບຽບການ, ນະໂຍບາຍ. ຄວນກຳນົດໜ້າທີ່ຈຸດສຸມຂອງໜ່ວຍປະຕິບັດງານ. ຄວນຈັດແບ່ງຂັ້ນ, ມອບສິດເພື່ອສ້າງການເປັນເຈົ້າການໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ