ພະນັກງານຂະແໜງການເງິນຫວຽດນາມ ຢ້ຽມຢາມໝູ່ເກາະ ເຈືອງຊາ

ພະນັກງານຂະແໜງການເງິນຫວຽດນາມ ຢ້ຽມຢາມໝູ່ເກາະ ເຈືອງຊາ - ảnh 1
ທ່ານ​ນາງ Nguyen Thi Minh ຮອງລັດຖະມົນຕີ​ກະຊວງການ​ເງິນ​ຫວຽດນາມນຳໜ້າຄະນະພະນັກງານຂະແໜງການເງິນຫວຽດນາມ ຢ້ຽມຢາມໝູ່ເກາະ ເຈືອງຊາ



Vovworld- ຕອນ​ເຊົ້າ​ວັນ​ທີ 28/4 ຢູ່​ທ່າ​ກຳ​ປັ່ນ ກາດ​ລາຍ, ນະຄອນ​ໂຮ່ຈິ​ມິ​ນ, ຄະນະ​ປະຕິບັດ​ງານ​ຂອງ​ເຫຼົ່າ​ທັບ​ເຮືອ​ຫວຽດນາມ, ກອງ​ພົນ​ນ້ອຍ 125, ພະນັກງານ​ຂະ​ແໜງ​ການ​ເງິນ​ຫວຽດນາມ​ພ້ອ​ມກັບ​ບັນດາ​ນັກ​ຂ່າວ, ນັກ​ສິລະ​ປິນ ​ເລີ່​ມ​ເດີນທາງ​ໄປ​ມອບ​ຂອງຂວັນ​ໃຫ້​ແກ່​ພະນັກງານ, ນັກຮົບ ​ແລ​ະ ປະຊາຊົ​ນຢູ່​ເມືອງ​ເກາະ ​ເຈືອງ​ຊາ ​ແຂວງ ​ແຄ້ງ​ຮ່ວາ ​ແລະ ຮ້ານ​ຍາມ DK1 . ທ່ານ​ນາງ Nguyen Thi Minh ຮອງລັດຖະມົນຕີ​ກະຊວງການ​ເງິນ​ຫວຽດນາມ​ໃຫ້​ຮູ້​ວ່າ : “ ​ເນື່ອງ​ໃນ​ໂອກາດ​ການ​ເດີນທາງ​ນີ້, ພະນັກ​ງານ ລັດຖະກອນ​ຂະ​ແໜງ​ການ​ເງິນ ​ແຜ່​ບໍລິຈາກ​ເງິນ​ຜູ້​ລະ​ຕໍ່​ເງິນ​ເດືອນ​ມື້ໜຶ່ງ​ເພື່ອ​ປະກອບ​ສ່ວນຊື້​ເຮືອ​ກາ​ໂນ​ທີ່​ມີ​ມຸນ​ຄ່າ 3,5 ຕື້​ດົງ​ໃຫ້​ແກ່​ພະນັກງານ​ນັກຮົບ​ຢູ່ໝູ່​ເກາະ ​ເຈືອງ​ຊາ, ນີ້​ເປັນ​ຄັງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ ​ເຈືອງ​ຊາ. ຂ້າພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ ”

  ​   ເນື່ອງ​ໃນ​ໂອກາດ​ການ​ເດີນທາງ​ນີ້, ຄະນະ​ປະຕິບັດ​ງານຈະ​ເຂົ້າ​ຮ່ວມພິທີ​ເປີດ​ກິດຈະກຳ​ກໍ່ສ້າງ​ເຮືອນ​ແຫ່ງ​ທຳ​ອິດ​ຂອງ​ໂຄງການ “ ປະກອບສ່ວນ​ກໍ່ສ້າງ​ເຈືອງ​ຊາ ” ​ໂດຍ​ໜັງສືພິມ Tuoi Tre ​ແປ​ວ່າ​ໄວ​ໜຸ່ມ​ປຸກ​ລະ​ດົມ.
ຂ່າວ/ບົດ​ອື່ນ