ພະບາດສົມເດັດພະເຈົ້າມະຫາຊີວິດໄທເຊື່ອໝັ້ນວ່າການພົວພັນໄທ-ຫວຽດນາມຈະໄດ້ຮັບການປັບປຸງ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ
(ພາບ:
vietnamembassy-thailand)
(vovworld) – ວັນທີ 14/8, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ ໄດ້ຍືນຈົດໝາຍໂດຍນັບມອບກຳມະສິດຕໍ່ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດັດ ທີ່ພະລາດຊະວັງ ອາມບາຣາ ຢູ່ນະຄອນຫຼວງ ບາງກອກ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ຢືນຢັນວ່າ ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການຮ່ວມມືທຸກດ້ານລະຫວ່າງ 2 ປະເທດ, ພິເສດແມ່ນການຊຸກຍູ້ສ້າງສຳເລັດ ແລະ ປະຕິບັດໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ. ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທ່ງ ຫວັງວ່າດ້ວຍການສະໜັບສະໜູນອັນລ້ຳຄ່າຂອງພະບາດສົມເດັດພະເຈົ້າມະຫາຊີວິດ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ, ການພົວພັນ ຫວຽດນາມ - ໄທ ຈະພັດທະນາຍິ່ງກ່ວາອີກໃນທຸກຂົງເຂດໃນໄລຍະຈະມາເຖິງ.
ພະບາດສົມເດັດພະເຈົ້າມະຫາຊີວິດ ສະແດງຄວາມເພິ່ງພໍໃຈທີ່ໄດ້ເຫັນວ່າການພົວພັນ ໄທ - ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1976 ແລະ ເຊື່ອໝັ້ນວ່າ ການພົວພັນນີ້ຈະສືບຕໍ່ໄດ້ຮັບການປັບປຸງໃນທຸກຂົງເຂດ, ທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, ພິເສດແມ່ນໃນສະພາບການປະຊາຄົມ ອາຊຽນ ກະກຽມສ້າງຕັ້ງຂຶ້ນເມື່ອປີ 2015. ພະບາດສົມເດັດພະເຈົ້າມະຫາຊີວິດ ຢືນຢັນວ່າ ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທ່ງ ຈະໄດ້ຮັບການສະໜັບສະໜູນຢ່າງແຮງ ກໍ່ຄືການໜູນຊ່ວຍຢ່າງສູງສຸດຂອງບັນດາອົງການກ່ຽວຂ້ອງ ໄທ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ.