ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມກ່າວຄຳເຫັນທີ່ພິທີໄຂວັນບຸນວິສາຂະບູຊາ |
(vovworld) – ໂດຍເຈືອຈານເຂົ້າໃນບັນຍາກາດວັນບຸນວິສາຂະບູຊາ ໃນທົ່ວໂລກ, ຕອນເຊົ້າວັນທີ 1/6 ກົງກັບວັນເພັງເດືອນ 4 ຕາມຈັນທະປະຕິທິນ, ຢູ່ວັດກວານຊື້, ຮ່າໂນ້ຍ, ສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ ແລະ ຄະນະບໍລິຫານງານສະມາຄົມພຸດທະສາສະໜານະຄອນຮ່າໂນ້ຍ ໄດ້ຈັດວັນບຸນວິສາຂະບູຊາ ພ.ສ 2559. ກ່າວຄຳເຫັນທີ່ພິທີໄຂວັນບຸນ, ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເນັ້ນໜັກວ່າ :
“ ພວກເຮົາຫວັງວ່າ ບັນດາຜູ້ມີຕຳແໜ່ງທາງສາສະໜາ, ພະສົງສຳມະເນັນ, ພຸດທະສາສະນິກກະຊົນ ທັງເສີມຂະຫຍາຍບັນດາຄຸນຄ່າຂອງນິກາຍຕ່າງໆໃນສາສະໜາພຸດຫວຽດນາມ, ທັງເປີດກ້ວາງ ແລະ ເພີ່ມທະວີການພົວພັນພາຍໃນສາສະໜາ, ນ້ຳໃຈສາມັກຄີລະຫວ່າງ ສາສະໜາພຸດ ກັບສາສະໜາອື່ນໆຢູ່ຫວຽດນາມ. ເສີມຂະຫຍາຍນ້ຳໃຈຮັກຊາດຂອງຊາວພຸດຫວຽດນາມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ, ຍາມໃດກໍອວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນຢູ່ພາຍໃນປະເທດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປະຕິບັດພາລະກິດປ່ຽນແປງໃໝ່ປະເທດຊາດຢ່າງມີໄຊ ”
ໃນຕອນເຊົ້າວັນດຽວກັນຢູ່ນະຄອນໂຮ່ຈິມິນ, ຄະນະບໍລິຫານງານສະມາຄົມພຸດທະສາສະໜານະຄອນໂຮ່ຈິມິນກໍໄດ້ຈັດ ວັນບຸນວິສາຂະບູຊາ ພ.ສ 2559 ຊຶ່ງມີການເຂົ້າຮ່ວມຂອງທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ.