ພາບປະກອບ:internet
|
(vovworld)- ອົງການພະຍາກອນອາກາດທ້ອງຖິ່ນໃຫ້ຮູ້ວ່າ ຕອນເຊົ້າວັນທີ 2/8 ພາຍຸ Nida ໄດ້ພັດເຂົ້າແຫລມ ດາແປງ ນະຄອນ ເຊີນເຈີນ ແຂວງກວາງຕູງ ພາກໃຕ້ຂອງຈີນ. ກຳລັງແຮງຂອງພາຍຸລູກນີ້ ແມ່ນຂຶ້ນເຖິງ 151,2 ກິໂລແມັດ/ຊົ່ວໂມງ ແລະ ພວມພັດໄປຕາມທິດຕາເວັນຕົກສ່ຽງເຫນືອ ດ້ວຍຄວາມໄວ 25 ກິໂລແມັດ/ຊົ່ວໂມງ. ອົງການພະຍາກອນອາກາດ ແຂວງ ກວາງຕູງ ພະຍາກອນວ່າ ພາຍຸດັ່ງກ່າວຈະພັດຖະຫລົ່ມຜ່ານນະຄອນຈຳນວນຫນຶ່ງ. ກ່ອນຫນ້ານັ້ນ ຈີນ ໄດ້ດຳເນີນບັນດາມາດຕະການຮີບດ່ວນເພື່ອປ້ອງກັນ ແລະ ຕ້ານພາຍຸ Nida. ຄະນະກຳມະການແຫ່ງຊາດບັນເທົາໄພທຳມະຊາດຂອງຈີນ ໄດ້ຮຽກຮ້ອງປະຊາຊົນດຳລົງຊີວິດຢູ່ເຂດທີ່ຖືກຜົນສະທ້ອນຈາກພາຍຸ ຕ້ອງແຮໄວ້ເຄື່ອງຂອງທີ່ຈຳເປັນນຳໃຊ້ໃນເວລາ 3 ວັນ ພ້ອມທັງໃຫ້ຮູ້ວ່າ ຈະດຳເນີນການກູ້ໄພກູ້ຊີບຢ່າງຮີບດ່ວນໃນກໍລະນີທີ່ຈຳເປັນ.