ພາສາ ແລະ ວັດທະນະທຳຫວຽດນາມ ໃນງານມະໂຫລານ Tours
ລາຍການສະແດງຟ້ອນກຸບຫວຽດນາມ ໃນງານມະໂຫລານ
(ພາບ: internet) |
Vovworld- ຢູ່ນະຄອນ Tours ປະເທດຝະລັງ ໄດ້ຈັດໃຫ້ມີງານມະໂຫລານພາສາສາກົນ 2012. ບັນດາການເຄື່ອນໄຫວທີ່ງານມະໂຫລານຂອງຄະນະຜູ້ແທນຫວຽດນາມພ້ອມກັບພວກນັກສຶກສາຫວຽດນາມພວມຮ່ຳຮຽນຢູ່ ນະຄອນ Tours ໄດ້ຮັບການຕີລາຄາວ່າແມ່ນຕັ້ງໜ້າ ແລະ ມີຫຼາຍເນື້ອໃນທີ່ສຸດ. ຈາກຜູ້ໃຫຍ່ຕະຫຼອດຮອດເດັກນ້ອຍລ້ວນແຕ່ຖືກດຶງດູດໃຈຍ້ອນບັນດາຜະລິດຕະພັນເຄື່ອງທີ່ລະນຶກພື້ນເມືອງທີ່ສວຍງາມ, ມີສີຫຼາກຫຼາຍຢູ່ຮ້ານວາງສະແດງຂອງຫວຽດນາມ. ຮ້ານວາງສະແດງກ່ຽວກັບອາຫານໄດ້ຮັບຄວາມສົນໃຈຈາກຜູ້ມາຊົມຢ່າງຫຼວງຫຼາຍ. ສະເພາະລາຍການສະແດງຟ້ອນກຸບຫວຽດນາມດ້ວຍຫົວເລື່ອງ : “ ຫວຽດນາມໜ້າຮັກ ” ໄດ້ຮັບການຊົມເຊີຍຈາກຜູ້ຊົມທັງຫຼາຍ. ທ່ານ Jean Jacques ປະທານສະມາຄົມ Touraine Viet nam ໃຫ້ຮູ້ວ່າ : (ເທບ)
“ ພວກຂ້າພະເຈົ້າຂ້ອງຄາກັບວຽກງານຫລາຍ, ແຕ່ມີຄວາມຟົດຟື້ນມ່ວນຊື່ນ ທີ່ສຸດ. ພວກຂ້າພະເຈົາໄດ້ກະກຽມໃຫ້ແກ່ງານມະໂຫລານນັບແຕ່ 2 ອາທິດຜ່ານມາ, ຈັດແບ່ງວຽກງານໃຫ້ແກ່ຫຼາຍຄົນ ແລະ ຈັດແຈງຮ້ານວາງສະແດງຫວຽດນາມ. ເມື່ອທຽບໃສ່ປີກາຍ, ປີນີ້ ພວກຂ້າພະເຈົ້າໄດ້ພະຍາຍາມດຶງດູດບັນດາເພື່ອນຊາວຝະລັງ, ແລະ ຊາວຕ່່າງປະເທດເຂົ້າຮ່ວມບັນດາກອງປະຊຸມສຳມະນາ ”