ຟິມ“ຄວາມມຸ້ງຫວັງທັງລອງ”ໄດ້ຮັບການສະເໜີຕົວຕໍ່ຜູ້ຊົມຊາວອາເມລິກາ

ຟິມ“ຄວາມມຸ້ງຫວັງທັງລອງ”ໄດ້ຮັບການສະເໜີຕົວຕໍ່ຜູ້ຊົມຊາວອາເມລິກາ - ảnh 1
ພາບ​ປະ​ກອບ

(vovworld) - ໃນ​ຂອບ​ເຂດ “ສັບ​ປະ​ດາ​ຟິມ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ 2 ປະ​ເທດ​ເປັນ​ປົກ​ກະ​ຕິ, ວັນ​ທີ 17/7, ຟິມ “ຄວາ​ມ​​ມຸ້ງຫວັງ​ທັງ​ລອງ” ໄດ້​ສາຍ​ຢູ່​ໂຮງ​ຮູບ​ເງົາ AMC Emprire 25, ນະ​ຄອນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ. ເຂົ້າ​ຮ່ວມ​ການ​ສາຍ​ຮູບ​ເງົາ​ມີ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຜູ້​ຊົມ​ເຊິ່ງ​ແມ່ນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ແລະ ຊາວ ອາ​ເມ​ລິ​ກາ​ເປັນ​ຈຳ​ນວນຫຼວງຫຼາຍ. ຟິມ​ດັ່​ງ​ກ່າວ​ໄດ້​ສາຍ​ເພື່ອ​ແນ​ໃສ່​ແນະ​ນຳ​ວັດ​ທະ​ນະ​ທຳ, ​ຊາວ ຫວຽດ​ນາມ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ເຖິງ​ຊາວ ອາ​ເມ​ລິ​ກາ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ. ນີ້​ກ​ໍ​ແມ່ນ​ໂອ​ກາດ​ຊ່ວຍ​ໃຫ້​ຜູ້​ຊົມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ພົບ​ປະ, ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ສີ​ລະ​ປິນ, ນັກ​ຖ່າຍ​ທຳ​ຮູບ​ເງົາ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ