ຟິມຮູບເງົາຫວຽດນາມ ດຶງດູດຜູ້ຊົມຢູ່ງານມະຫາກຳຟິມຮູບເງົາສາກົນ Berlin 2014

ຟິມຮູບເງົາຫວຽດນາມ ດຶງດູດຜູ້ຊົມຢູ່ງານມະຫາກຳຟິມຮູບເງົາສາກົນ Berlin 2014 - ảnh 1
ງານ​ມະ​ໂຫລານຟິມຮູບ​ເງົາສາກົນ Berlin ຄັ້ງ​ທີ 64
(ພາບ: REUTERS)


(vovworld) - ງານ​ມະ​ຫາກຳຟິມຮູບ​ເງົາສາກົນ Berlin ຄັ້ງ​ທີ 64 ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 06/02, ຢູ່​ນະຄອນຫຼວງ Berlin ປະ​ເທດ ​ເຢຍລະ​ມັນ. ຟິມຮູບ​ເງົາ “ນ້ຳ​ປີ 2030” ຂອງ​ຜູ​້ກຳກັບ​ການສະ​ແດງຫວຽດນາມ ຫງວຽນ​ວໍ​​ເຫງຽມມິນ ​ໄດ້​ຖືກນຳມາສາຍເພື່ອ​ເປີດ​ສາກ​ລາຍການ Panorama ທີ່​ງານ​ມະ​ຫາກຳດັ່ງກ່າວ.

        ​ເມື່ອ​ແລກປ່ຽນ​​ກັບ​ວົງ​ການ​ນັກ​ຂ່າວ​ກ່ອ​ນພິທີ​ໄຂ, ​ຜູ​້ກຳກັບ​ການສະ​ແດງຫວຽດນາມ ຫງວຽນ​ວໍ​​ເຫງຽມມິນ ​ໃຫ້​ຮູ້​ວ່າ ຟິມຮູບ​ເງົາ “ນ້ຳ​ປີ 2030” ​ໄດ້​ຮັບ​ການ​ຄັດ​ເລືອກນຳມາສາຍ​ຈາກ​ຄະນະ​ຈັດ​ຕັ້ງ Berlin ເພື່ອ​ເປີດ​ສາກລາຍການ Panorama ​ໃນ​ຄໍ່າ​ຄືນ​ໄຂ​ງານ​ມະ​ຫາກຳ​​​ເຊິ່ງແມ່ນ​ກຽດ​ທີ່​ຍິ່ງ​ໃຫຍ່, ສິ່ງດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຜູ້​ຊົມ​​ໂລກ​ຮູ້ຈັກ​​ເຖິງຫວຽດນາມ ​ແລະ ຮູບ​ເງົາ​ຂອງ​ຫວຽດນາມ. ພິ​ເສດຟິມຮູບ​ເງົາ “ນ້ຳ​ປີ 2030” ​ໄດ້​ເຕື້ອງ​ເຖິງສະພາບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວັງ​ວ່າ​ຈະ​ຊ່ວຍ​​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ສະພາບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ