ຟລັ່ງ ສ້າງແຜນການມອບໂອນ ສິດອຳນາດ

ຟລັ່ງ ສ້າງແຜນການມອບໂອນ ສິດອຳນາດ - ảnh 1
( ທ່ານ​ປະທານາທິບໍດີຟລັ່ງ​ຄົນ​ໃໝ່ Francois Hollande )

( vovworld ) –   ​ວັນ​ທີ 10/5, ພາຍຫຼັງ​ທີ່ທ່ານ​ນາຍົກລັດຖະມົນຕີ Francois Fillon ​ຍື່ນ​ໜັງສືລາ​ອອກ​ຈາກ​ຕໍາ​ແໜ່​ງຢ່າງ​ເປັນ​ທາງ​ການ, ປະ​ເທດ​ຟລັ່ງ ​ໄດ້​ປະກາດ​ພິທີ​ມອບ​​ໂອນສິດ​ອຳນາດ​ໃຫ້​ທ່ານ​ປະທານາທິບໍດີຟລັ່ງ​ ຄົນ​ໃໝ່ Francois Hollande ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 15/5 ຈະ​ມາ​ເຖິງ. ວັນທີ 16/5,​ ລັດຖະບານ​ໃໝ່​ຈະ​ໄດ້ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານາທິບໍດີ​ Francois Hollande ​ໄດ້​ຖະ​ແຫຼ​ງວ່າ ຈະ​ໄປ​ເຢຍລະ​ມັນ ​ໃນ​ວັນທີ 3, ພາຍຫຼັງທີ່​ໄດ້​ຮັບ​ມອບ​ໂອນ​ສິດ​ອຳນາດ. ການ​ພົວພັນ​ລະຫວ່າງ​ຟລັ່ງ - ​ເຢຍລະ​ມັນ ​ແລະ ວິ​ກິດ​ການ​ຂອງເອີ​ລົບ ​ໄດ້​ຮັບບຸລິມະສິດ​ອັນ​ດັບ​ໜື່ງຈາກ​ທ່ານ​ປະທານາທິບໍດີຟລັ່ງ​​ ຄົນ​ໃໝ່​​. ​ໃນ​ການ​ພົວພັນ​ລະຫວ່າງຟລັ່ງ - ​ເຢຍລະ​ມັນ, ​ທ່ານ Hollande ຍ້ອມ​ຮັບ​ວ່າ ​ຍັງ​ມີ​ຫຼາຍ​ສິ່ງ​ທີ່​ບໍ່​ທັນ​ເປັນ​ເອກະ​ພາບ​ນຳ​ກັນ. ສອງ​ຝ່າຍ​ຈຳ​ເປັນ​​ຕ້ອງ​ມີການ​​ໂອ້​ລົມ​ສົນທະນາເພື່ອ​ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ວິ​ກິດ​ການ​ເອີລົບ, ພິ​ເສດ​ແມ່ນ​ວິ​ກິດ​ການ​ຂອງ​ເກຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ