ຟິລິບປິນຕ້ອງການໄດ້ຮັບການໜູນຊ່ວຍໃນໄລຍະຍາວນານເພື່ອຟື້ນຟູຊີວິດພາຍຫຼັງພະຍຸHaiyan

ຟິລິບປິນຕ້ອງການໄດ້ຮັບການໜູນຊ່ວຍໃນໄລຍະຍາວນານເພື່ອຟື້ນຟູຊີວິດພາຍຫຼັງພະຍຸHaiyan - ảnh 1
(ພາບປະກອບຈາກReuters)

(​vovworld) – ວຽກ​ງານ​ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ Haiyan ພວມ​ໄດ້​ຮັບ​ການ​ດຳ​ເນີນ​ຈາກ​ອຳນາດ​ການ​ປົກຄອງ ຟິລິບ​ປິນ ​ແລະ ປະຊາ​ຄົມ​ໂລ​ກຢ່າງ​ຮີບ​ດ່ວນ.

    ວັນ​ທີ 14/11, ບັນດາ​ກຸ່ມ​ກູ້​ໄພ​ກູ້​ຊີບ​ຕ່າງປະ​ເທດ​ເລີ່​ມ​ເຮັດອະນາ​ໄມເສັ້ນທາງ​ສາຍ​ຕ່າງໆ​ຂອງ​ນະຄອນ Tacloban ຟິລິບ​ປິນ, ບ່ອນ​ທີ່​ຮັບ​ຜົນ​ສະທ້ອນ​ຢ່າງຮ້າຍ​ແຮງ​ພາຍຫຼັງ​ພະຍຸ Haiyan. ມາ​ຮອດ​ປະຈຸ​ບັນ, ມີ​ປະຊາຊົນ​ນັບໝື່ນ​ຄົນ​ຂອງ​ເຂດ​ນີ້​ພວມຕົກ​ຢູ່​ໃນ​ສະພາບ​ນອນ​ກາງ​ດິນກິນ​ກາງຫຍ້າ ​ແລະ ຂາດ​ແຄນທັນ​ຍາ​ຫານ​ໂດຍ​ພື້ນຖານ. ​ໃນ​ຂະນະ​ນັ້ນ, ບັນດາ​ກຸ່ມ​ກູ້​ໄພ​ກູ້​ຊີບ​ຈາກ ອາ​ເມ​ລິ​ກາ ກໍ່​ໄດ້​ສ້າງ​​ສຸກສາລາ​ຢູ່​ກັບ​ທີ່​ເພື່ອ​ປິນ​ປົວ​ໃຫ້​ຄົນ​ເຈັບ. ​ເຄື່ອງ​ຂອງ​ໜູນ​ຊ່ວຍ​ຈາກ ອັງກິດ​ກໍ່​ໄດ້​ສົ່ງ​ເຖິງ ຟິລິບ​ປິນ.

    ລັດຖະບານ ຟິລິບ​ປິນ ພວມ​​ແຈກ​ຢາ​ຍທັນ​ຍາ​ຫານ 50.000 ຖົງ​ເຖິງ​ບັນດາ​ເຂດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຈາກ​ພະຍຸ​ຢ່າງຮີບ​ດ່ວນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳ​ນວນ​ສິນຄ້າ​ໜູນ​ຊ່ວຍ​ນີ້​ພຽງ​ຮັບປະກັນ​​ໃນ​ໄລຍະ​ສັ້ນ​ໃຫ້​ 3% ​ໃນ​ຍອດ​ຈຳນວນ 1,7 ລ້ານ​ຄອບຄົວ​ໄດ້​ເທົ່າ​ນັ້ນ. ວັນ​ທີ 14/11, ອົງການສະຫວັດດີ​ການສັງຄົມ ຟິລິບ​ປິນ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ພວມ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແຈກ​ຢາຍທັນ​ຍາ​ຫານ 27.000 ​ໂຕນ​ໃຫ້​ແກ່​ປະຊາຊົນ Tacloban.


ຂ່າວ/ບົດ​ອື່ນ