ຟິລີບປີນປະກາດສະພາວະສຸກເສີນລະດັບຊາດ
ທະຫານ ຟິລີບປີນ ປ້ອງກັນຄວາມສະຫງົບຢູ່ Davao
ພາບ: AFP/ TTXVN
|
(vovworld)- ວັນທີ 5/9, ປະທານາທິບໍດີ ຟີລີບປີນ Rodrigo Duterte ປະກາດສະພາວະສຸກເສີນລະດັບຊາດຍ້ອນສະພາບໃຊ້ຄວາມຮຸນແຮງ. ໃນຖານະແມ່ນຜູ້ບັນຊາການທະຫານສູງສຸດ, ປະທານາທິບໍດີ ຟີລີບປີນ Rodrigo Duterte ອາດຈະລະດົມທະຫານ, ອອກຄຳສັ່ງໃຫ້ບັນດາກຳລັງປະກອບອາວຸດ ຟິລິບປີນ ແລະ ຕຳຫລວດແຫ່ງຊາດ ຟິລີບປີນ ດຳເນີນບັນດາມາດຕະການ ຕາມຂໍ້ກຳນົດຂອງກົດໝາຍ ເພື່ອສະກັດກັ້ນບັນດາການກະທຳໃຊ້ຄວາມຮຸນແຮງໃນທົ່ວປະເທດ. ກ່ອນຫນ້ານັ້ນ, ວັນທີ 2/9, ໄດ້ເກີດເຫດວາງລະເບີດຢູ່ນະຄອນ Davao ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 14 ຄົນ ແລະ ອີກ 70 ຄົນຖືກບາດເຈັບ. ປະທານາທິບໍດີ ຟີລີບປີນ Rodrigo Duterte ຖືວ່າ ການບຸກໂຈມຕີ ແມ່ນການກະທຳກໍ່ການຮ້າຍ, ແລະ ສົງໃສວ່າເຫດກໍ່ການຮ້າຍນີ້ແມ່ນຍ້ອນບັນດາພວກຫົວຮຸນແຮງອິດສະລາມຫລືອາດຊະຍາກອນຄ້າຂາຍຢາເສບຕິດກໍ່ຂຶ້ນ.