ຟີລິບປີນຢືນຢັນຄຳໝັ້ນສັນຍາການພົວພັນສຳພັນທະມິດກັບອາເມລິກາ

ຟີລິບປີນຢືນຢັນຄຳໝັ້ນສັນຍາການພົວພັນສຳພັນທະມິດກັບອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Perfecto Yasay
(ພາບ: AP)

(vovworld) - ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Perfecto Yasay ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​​ແນ່​ວແນ່​ກ່ຽວ​ກັບ​ການ​ພົວພັນ​ສຳພັນ​ທະ​ມິດ​ກັບ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS) ຢູ່ ວໍ​ຊິງ​ຕັນ ​ໃນ​ສະພາວະທີ່​ທ່ານ​ປະທານາທິບໍດີ ຟີ​ລິບ​ປີນ Rodrigo Duterte ຄົນ​ໃໝ່ ​ຫວ່າງ​ແລ້ວ​ນີ້ ​ໄດ້​ມີ​ຄຳ​ເວົ້າທີ່​ກໍ່​​ໃຫ້​ເກີດຄວາມ​ເຄັ່ງ​ຕຶງ​ເຖິງ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ, ທ່ານ Yasay ​ໃຫ້​ຮູ້​ວ່າ ບາງ​ຄຳ​ເຫັນ​ຂອງ​ທ່ານ Duterte ຖືກ​ເຂົ້າ​ໃຈ​ຜິດ. ຕາມ​ທ່ານ Yasay ​ແລ​້ວ, ທ່ານ​ປະທານາທິບໍດີ Duterte ​ໄດ້​ອະທິບາຍ​ວ່າເລື່ອງ​ທ່ານ​ຮຽກ​ຮ້ອງ​ກຳລັງ​​ເຮັດ​ໜ້າ​ທີ່​ພິ​ເສດ​ຂອງ ອາ​ເມ​ລິ​ກາ ​ໃຫ້ຖອນ​ອອກ​ຈາກ​ພາກ​ໃຕ້ ຟີ​ລິບ​ປີນ ​ແມ່ນ​ການ​ປົກ​ປ້ອງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ບໍ່​ຖືກຜົນ​ເສຍ​ຫາຍ ​​ເມື່ອ​ບັນ​ດາກ​ຳລັງ ຟີ​ລິບ​ປີນ ​ເປີດ​ບັ້ນ​ຮົ​ບບຸກ​ໂຈມ​ຕີ​ພວກ​ກະບົດ Abu Sayyaf. ​ເລື່ອງ​ທ່ານ Duterte ຄັດຄ້ານ​ບັນດາ​ການ​ລາດ​ຕະເວນ​ຮ່ວມ ອາ​ເມ​ລິ​ກາ ພຽງ​ແຕ່​ກ່ຽວຂ້ອງ​ເຖິງ “​ເຂດ​ເສດຖະກິດ​ຈຳ​ເພາະ” (EEZ) ຫາກບໍ່​ແມ່ນ​ບັນດາ​ການ​ລາດຕະ​ເວນ​ໃນຂອບ​​ເຂດ 12 ​ໄມ​ທະ​ເລ.

ຂ່າວ/ບົດ​ອື່ນ