ຟີລິບປິນສະໜັບສະໜູນບົດບາດຂອງ ອາຊຽນ ໃນການແກ້ໄຂບັນຫາ ມຽນມາ
(VOVWORLD) -ຖະແຫຼງການ, ທ່ານ Teodoro Locsin ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ Rodrigo Duterte ຈະບໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ອາຊຽນ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ເມສາ ຢູ່ ອິນໂດເນເຊຍຍ້ອນວິກິດການໂລກລະບາດໂຄວິດ - 19ຢູ່ ປະເທດນີ້
ພາບປະກອບ: TTXVN |
ວັນທີ 22 ເມສາ, ຟີລິບປິນ ໄດ້ຖະແຫຼງຢ່າງແຮງສະໜັບສະໜູນແຜນການຂອງທ່ານເລຂາທິການໃຫຍ່ ອາຊຽນ ແລະ ບຣູໄນ ຊຶ່ງເປັນປະເທດພວມດຳລົງຕຳແໜ່ງເປັນປະທານອາຊຽນ 2021 ກ່ຽວກັບການໄປຢ້ຽມຢາມ ມຽນມາ ແລະ ສຸມໃສ່ຄວາມມານະພະຍາຍາມຮັບມືກັບບັນດາວິກິດການຢູ່ທີ່ນີ້.
ໃນຖະແຫຼງການ, ທ່ານ Teodoro Locsin ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ Rodrigo Duterte ຈະບໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ອາຊຽນ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ເມສາ ຢູ່ ອິນໂດເນເຊຍຍ້ອນວິກິດການໂລກລະບາດໂຄວິດ - 19ຢູ່ ປະເທດນີ້. ແທນນັ້ນ, ທ່ານ Teodoro Locsin ຈະຕາງໜ້າໃຫ້ທ່ານປະທານາທິບໍດີ Rodrigo Duterte ເຂົ້າຮ່ວມກອງປະຊຸມນີ້. ທ່ານ Teodoro Locsin ເນັ້ນໜັກວ່າ ຟີລິບປິນ ສະໜັບສະໜູນຢ່າງແຮງກອງປະຊຸມ ນັບທັງໃນຂະນະທີ່ກອງປະຊຸມບໍ່ມີການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາການນຳອາຊຽນ.