(VOVWORLD) - ງານວາງສະແດງ Vietbuild ນະຄອນ ໂຮ່ຈິມິນ ມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າກ່ວາ 1.600 ຮ້ານ ຂອງ ວິສາຫະກິດ ແລະ ກຸ່ມບໍລິສັດ 300 ແຫ່ງ ທີ່ ມາຈາກ 12 ປະເທດ ແລະ ເຂດແຄ້ວນ.
ພາບປະກອບ(ໜັງສືພິມ: Công Thương) |
ງານວາງສະແດງ Vietbuild ນະຄອນ ໂຮ່ຈິມິນ ດ້ວຍຫົວຂໍ້ວ່າ “ການກໍ່ສ້າງ - ເຄື່ອງຈັກ, ອຸປະກອນອຸດສາຫະກຳ ແລະ ການຕົບແຕ່ງພາຍໃນ ແລະ ພາຍນອກ ເຮືອນ”, ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າກ່ວາ 1.600 ຮ້ານ ຂອງ ວິສາຫະກິດ ແລະ ກຸ່ມບໍລິສັດ 300 ແຫ່ງ ທີ່ ມາຈາກ 12 ປະເທດ ແລະ ເຂດແຄ້ວນຄື: ເຢຍລະມັນ, ອີຕາລີ, ການາດາ, ອິນເດຍ, ສ.ເກົາຫຼີ… ຈຸດພົ້ນເດັ່ນຂອງງານວາງສະແດງ ໃນຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງວິສາຫະກິດທີ່ດຳເນີນທຸລະກິດ ແລະ ຜະລິດເຄື່ອງຈັກອຸປະກອນອຸດສາຫະກຳ 50 ແຫ່ງ, ມີການວາງສະແດງບັນດາຜະລິດຕະພັນໃໝ່, ອຸດສາຫະກຳທີ່ທັນສະໄຫມຂອງບັນດາຂົງເຂດການກໍ່ສ້າງ - ເຄື່ອງຈັກ, ອຸປະກອນອຸດສາຫະກຳ ແລະ ການຕົບແຕ່ງພາຍໃນ ແລະ ພາຍນອກ ເຮືອນ.
ງານວາງສະແດງໄດ້ດຳເນີນໃນລະຫວ່າງວັນທີ 11 – 15 ເມສາ ປີ 2019, ຢູ່ ສະໝານກິລາໃນຮົ່ມ ຟູ໊ເທາະ, ເມືອງ 1, ນະຄອນ ໂຮ່ຈິມິນ. ໃນຂອບເຂດງານວາງສະແດງຍັງໄດ້ດຳເນີນເວທີປາໄສວິສາຫະກິດ ແລະ ກອງປະຊຸມລູກຄ້າ. ວິສາຫະກິດເຂົ້າຮ່ວມງານວາງສະແດງກໍ່ໄດ້ຈັດຕັ້ງງານພົບປະແລກປ່ຽນກັບ ບັນດາແຂກທີ່ເຂົ້າມາຢ້ຽມຊົມ ແລະ ຜູ້ອຸປະໂພກບໍລິໂພກຢ່າງຫຼວງຫຼາຍ.